20 ພັກການເມືອງຈະເຂົ້າຮ່ວມການເລືອກຕັ້ງທົ່ວປະເທດຢູ່ ກຳປູເຈຍ
(VOVWORLD) - ວັນທີ 23 ພຶດສະພາ, ຄະນະກຳມະການເລືອກຕັ້ງແຫ່ງຊາດ ກຳປູເຈຍ (NEC) ປະກາດວ່າ ໄດ້ຮັບຮອງເອົາ 20 ພັກການເມືອງຈະເຂົ້າຮ່ວມການຫາສຽງເລືອກຕັ້ງທົ່ວປະເທດໃນວັນທີ 29 ກໍລະກົດ ຈະມາເຖິງຢູ່ປະເທດນີ້.
ຄະນະກຳມະການເລືອກຕັ້ງແຫ່ງຊາດ ກຳປູເຈຍ (NEC)
|
ຈຳນວນພັກການເມືອງເຂົ້າຮ່ວມການເລືອກຕັ້ງຄັ້ງນີ້ ສູງກ່ວາເມື່ອທຽບໃສ່ການເລືອກຕັ້ງສະພາແຫ່ງຊາດຊຸດທີ 5 ແມ່ນ 8 ພັກຝ່າຍການເມືອງ. ໃນການເລືອກຕັ້ງສະພາແຫ່ງຊາດຊຸດທີ 6 ຈະມາເຖິງ, ຜູ້ມີສິດເລືອກຕັັ້ງ ກຳປູເຈຍ ຈະປ່ອນບັດເລືອກຕັ້ງເອົາສະມາຊິກລັດຖະສະພາ 125 ທ່ານ.
ກຳລັງຕຳຫລວດແຫ່ງຊາດ ກຳປູເຈຍ ໃຫ້ຮູ້ວ່າ: ຈະຜັນຂະຫຍາຍພາລະກອນປ້ອງກັນຄວາມສະຫງົບ 80.000 ຄົນ ເພື່ອຮັບປະກັນຄວາມສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍໃນຕະຫລອດເວລາດຳເນີນການເລືອກຕັ້ງທົ່ວປະເທດ.