APEC 2017: ກາລະໂອກາດຊຸກຍູ້ການຄ້າໃຫ້ວິສາຫະກິດຫວຽດນາມ

(VOVWORLD) -APEC ແມ່ນເວທີປາໄສຂັ້ນສູງຂອງບັນດາພື້ນຖານເສດຖະກິດໃນແລວອາຊີ - ປາຊີຟິກ, ໄດ້ຮັບການສ້າງຕັ້ງດ້ວຍຄາດໝາຍເພີ່ມທະວີການພົວພັນດ້ານເສດຖະກິດ ແລະ ການເມືອງລະຫວ່າງບັນດາປະເທດສະມາຊິກ APEC ປີນີ້ ດຳເນີນໄປໃນສະພາບລັດທິປົກປ້ອງອາລັກຂາໄດ້ຟື້ນຕົວຢ່າງແຮງ.

ພິເສດແມ່ນການປະຕິວັດອຸດສາຫະກຳ 4.0 ເຮັດໃຫ້ສະພາບເສດຖະກິດໂລກມີການປ່ຽນແປງຫຼາຍຢ່າງເມື່ອທຽບໃສ່ເມື່ອກ່ອນ. ຕາມທ່ານປະທານຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ ວູຕ໋ຽນລົກ ແລ້ວ, ກ່ອນນີ້, ການຫັນເປັນທົ່ວໂລກພຽງແຕ່ນຳມາເຊິ່ງຜົນປະໂຫຍດໃຫ້ບັນດາກຸ່ມບໍລິສັດຂ້າມຊາດເທົ່ານັ້ນ, ແຕ່ໃນຊຸມປີຜ່ານມາ ການຫັນເປັນທົ່ວໂລກໄດ້ນຳມາເຊິ່ງຜົນປະໂຫຍດໃຫ້ບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ ອີກດ້ວຍ. APEC 2017 ໄດ້ຮັບການຈັດຕັ້ງຢູ່ຫວຽດນາມ ກໍ່ແມ່ນທ່າແຮງ.

        ໃນສັບປະດາຂັ້ນສູງ APEC 2017, ຈະດຳເນີນກອງປະຊຸມ ABAC (ສະພາໃຫ້ຄຳປຶກສາດຳເນີນທຸລະກິດ APEC) ຄັ້ງທີ 4; ກອງປະຊຸມສຸດຍອດດຳເນີນທຸລະກິດຫວຽດນາມ; ກອງປະຊຸມສຸດຍອດບັນດາຜູ້ອຳນວຍການໃຫຍ່ APEC 2017 (APEC SEO Summit)… ພິເສດ, ໃນຂອບເຂດ APEC, ກໍ່ຈັດງານວາງສະແດງ “ຫວຽດນາມ - ຄູ່ຮ່ວມມືດຳເນີນທຸລະກິດ: ຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມສາມາດບົ່ມຊ້ອນຫຼາຍຢ່າງ”, ເພື່ອໂຄສະນາຜະລິດຕະພັນທີ່ເປັນມູນເຊື້ອ, ຮຽກຮ້ອງການລົງທຶນ ແລະ ສົ່ງເສີມການທ່ອງທ່ຽວ. ທ່ານ ຫງວຽນວັນເທີນ, ປະທານສະມາຄົມວິສາຫະກິດຂະໜາດນ້ອຍ ແລະ ກາງຫວຽດນາມ, ຖືວ່າ.

        “APEC ແມ່ນເວທີປາໄສເພື່ອໃຫ້ບັນດາວິສາຫະກິດຂະໜາດນ້ອຍ ແລະ ກາງ ສາມາດສຳພັດນຳກັນ ເພື່ອຊອກຫາຄູ່ຮ່ວມມື, ແບ່ງປັນບົດຮຽນໃນການເຊື່ອມໂຍງດ້ານເສດຖະກິດ. ທີ່ເວທີປາໄສ APEC ຄັ້ງນີ້, ບັນດາວິສາຫະກິດຫວຽດນາມ ຍັງຮູ້ສຶກໄດ້ຄວາມດັນຈາກການເຊື່ອມໂຍງ 21 ພື້ນຖານເສດຖະກິດສະມາຊິກ APEC”.

APEC 2017: ກາລະໂອກາດຊຸກຍູ້ການຄ້າໃຫ້ວິສາຫະກິດຫວຽດນາມ - ảnh 1 (ທ່ານ ຮີ່ນດຶກເທີ, ປະທານຄະນະກຳມະການປະຊາຊົນນະຄອນດ່ານັ້ງ)

ສ່ວນທ່ານ ຮີ່ນດຶກເທີ, ປະທານຄະນະກຳມະການປະຊາຊົນນະຄອນດ່ານັ້ງ ໄດ້ຕີລາຄາກາລະໂອກາດຮ່ວມມືຂອງວິສາຫະກິດໃນສັບປະດາຂັ້ນສູງ APEC ຢູ່ດ່ານັ້ງວ່າ.

        “ຜ່ານບັນດາເຫດການ ແລະ ບັນດາກົນໄກຂອງສັບປະດາຂັ້ນສູງ ເຊິ່ງປະຊາຄົມວິສາຫະກິດສາມາດຂຸດຄົ້ນ, ຊອກຫາຜົນປະໂຫຍດ, ທ່າໄດ້ປຽບພື່ອພັດທະນາ. ນັ້ນແມ່ນຜ່ານບັນດາກົນໄກເຈລະຈາ, ຜ່ານກົນໄກຂອງສະພາໃຫ້ຄຳປຶກສາວິສາຫະກິດ, ຜ່ານກອງປະຊຸມສຸດຍອດ… ຜ່ານນັ້ນພວກເຮົາສາມາດຍົກອອກບັນດາຂໍ້ລິເລີ່ມ, ສະເໜີບັນດານະໂຍບາຍເພື່ອແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດໃນທ່າອ່ຽງພັດທະນາ”.

ຕອບກັບ

ຂ່າວ/ບົດ​ອື່ນ