APEC ເຫັນດີເປັນເອກະສັນກ່ຽວກັບເລື່ອງເພີ່ມລະດັບແຈກຢາຍວັກຊີນກັນໂຄວິດ 19 ໂດຍໄວ

(VOVWORLD) - ບັນດາພື້ນຖານເສດຖະກິດ APEC ຈະຕັ້ງຫນ້າສະຫນັບສະຫນູນບັນດາການປຶກສາຫາລືກ່ຽວກັບເລື່ອງລົບລ້າງຊົ່ວຄາວບາງມາດຕະການປົກປ້ອງຊັບສິນທາງປັນຍາສຳລັບ ວັກຊີນ ກັນໂຄວິດ 19.

APEC ເຫັນດີເປັນເອກະສັນກ່ຽວກັບເລື່ອງເພີ່ມລະດັບແຈກຢາຍວັກຊີນກັນໂຄວິດ 19 ໂດຍໄວ - ảnh 1ຜູ້ຕາງຫນ້າປະເທດເຈົ້າພາບ APEC 2021
ພາບ: ສຳນັກຂ່າວສານຫວຽດນາມ 

ວັນທີ 5 ມິຖຸນາ ບັນດາທ່ານລັດຖະມົນຕີກະຊວງການຄ້າ ຂຶ້ນກັບ 21 ພື້ນຖານເສດຖະກິດສະມາຊິກ ເວທີປາໄສການຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ເຫັນດີເປັນເອກະສັນ ເປົ້າໝາຍບັນລຸໄດ້ການຟື້ນຟູເສດຖະກິດຢ່າງແຮງໃນສະພາບໂລກລະບາດໂຄວິດ 19, ເລີ່ມຕົ້ນດ້ວຍເລື່ອງເພີ່ມລະດັບແຈກຢາຍວັກຊີນໂດຍໄວ.

ໃນຖະແຫລງການຮ່ວມຊື່ງໄດ້ຍົກອອກມາທີ່ກອງປະຊຸມລັດຖະມົນຕີ APEC ຄັ້ງທີ 27 ຜ່ານທາງອອນລາຍ, ວັນທີ 5 ມິຖຸນາ ບັນດາທ່ານລັດຖະມົນຕີກະຊວງການຄ້າ APEC ເນັ້ນຫນັກເຖິງເລື່ອງຕ້ອງຮີບດ່ວນຍູ້ແຮງການຜະລິດ ແລະ ແຈກຢາຍວັກຊີນກັນໂຄວິດ 19 ຢ່າງປອດໄພ, ມີປະສິດທິຜົນ, ຮັບປະກັນຄຸນນະພາບ ແລະ ລາຄາເໝາະສົມ. ຖະແຫລງການກໍ່ເນັ້ນຫນັກວ່າບັນດາພື້ນຖານເສດຖະກິດ APEC ຈະຕັ້ງຫນ້າສະຫນັບສະຫນູນບັນດາການປຶກສາຫາລືກ່ຽວກັບເລື່ອງລົບລ້າງຊົ່ວຄາວບາງມາດຕະການປົກປ້ອງຊັບສິນທາງປັນຍາສຳລັບ ວັກຊີນ ກັນໂຄວິດ 19.

ຕອບກັບ

ຂ່າວ/ບົດ​ອື່ນ