ASEMແມ່ນຄູ່ຮ່ວມມືທີ່ສຳຄັນໃນວິວັດການເຊື່ອມໂຍງຂອງຫວຽດນາມ

ASEMແມ່ນຄູ່ຮ່ວມມືທີ່ສຳຄັນໃນວິວັດການເຊື່ອມໂຍງຂອງຫວຽດນາມ - ảnh 1
ທ່ານ ຫງວຽນ​ຊວນ​ຟຸກ ​ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມ
(ພາບສຳນັກຂ່າວສານຫວຽດນາມ)

(vovworld)- ​​​ເວ​ທີ​ປາ​ໄສ ວິ​ສາ​ຫະ​ກິດ​ອາ​ຊີ-ເອີ​ລົບ ຄັ້ງ​ທີ 15 ໄດ້​ດຳ​ເນີນ​ໃນ​ຕອນ​ບ່າຍ ​ວັນ​ທີ 14/7, ຢູ່​ນະ​ຄອນຫຼວງ Ulan Bator, ມົງ​ໂກນ. ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ມີ ທ່ານ Jean-Claude Juncker ປະ​ທານ​ຄະ​ນະ​ກຳ​ມະ​ການເອີ​ລົບ, ທ່ານ Tsakhia Elbegdorj ປະ​ທາ​ນາ​ທິ​ບໍ​ດີມົງ​ໂກນ ແລະ ນັກ​ລົງ​ທຶນ​ນັບຮ້ອຍໆ​ຄົນ ​ຂອງວິ​ສາ​ຫະ​ກິດ​ອາ​ຊີ-ເອີ​ລົບ. ເຂົ້າ​ຮ່ວມ ແລະ ກ່າວ​ຄວາມ​ເຫັນ​ທີ່​ເຫດ​ການນີ້, ທ່ານ ຫງວຽນ​ຊວນ​ຟຸກ ​ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມ ໃຫ້​ຂໍ​້ສັງ​ເກດ​ວ່າເຖິງ​ປັດ​ຈຸ​ບັນ​ ການ​ຮ່ວມ​ມື ອາ​ຊີ-ເອີ​ລົບ, ໃນ​ນັ້ນ​ມີ​ການ​ພົວ​ພັນຮ່ວມ​ມື ລະ​ຫວ່າງ ບັນ​ດາວິ​ສາ​ຫະ​ກິດ​ ຂອງ​ສອງ​ທະ​ວີບ ໄດ້ຮັບ​ໝາກຜົນ​​ສຳ​ຄັນຫຼາຍ​ຢ່າງ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຖື​ວ່າ:  ຕໍ່​ບັນ​ດາ​ສິງ​ທ້າ​ທາຍ ແລະ ຄວາມ​ສະ​ດວກ ໃນ​ສະ​ພາບ​ປັດ​ຈຸ​ບັນ​ນີ້, ໜ້າ​ທີ່​ທີ່​ສຳ​ຄັນ ​ຂອງ​ບັນ​ດາ​ການ​ນຳ ອາ​ຊີ-ເອີ​ລົບ ແມ່ນ​ຍາດ​ແຍ່ງກາ​ລະ​ໂອ​ກາດທີ່ສະ​ດວກ ແລະ ຕັດ​ສີນ​ໃຈ​ ຜ່ານ​ຜ່າ​ສິງ​ທ້າ​ທາຍ​​ຄວາ​ມຫຍຸ້ງ​ຍາກ, ຈາກ​ນັ້ນ, ຊຸກ​ຍູ້​ວິ​ວັດ​ທະ​ນາ​ການ​ຮ່ວ​ມ​ມື, ເຊື່ອມ​ໂຍງ ອາ​ຊີ-ເອີ​ລົບ ​ໃຫ້ດຳ​ເນີນ​​ຢ່າງ​ແທດ​ຈິງ, ມີ​ປະ​ສິດ​ທິ​ຜົນ ແລະ ວ່ອງ​ໄວ​ກວ່າ. ໃນ​ນັ້ນ, ບັນ​ດາ​ການ​ນຳ​ຄວນ​ໜູນ​ຊ່ວຍ ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ ຂະ​ໜາດ​ນ້ອຍ ແລະ ຂະ​ໜາດກາງ, ສ້າງ​​ເງື່ອນ​ໄຂ​ ໃຫ້​ວິ​ສາ​ຫະ​ກິດ ຂະ​ໜາດ​ນ້ອຍ ແລະ ​ຂະ​ໜາດກາງ ເຂົ້າ​ຮ່ວມ​ໃນ​​ບັນ​ດາ​ລະ​ບົບ​ລາ​ຄາ​ທົ່ວ​ໂລກ.

        ແລະກໍ່​ທີ່​ເວ​ທີ​ປາ​ໄສ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຢືນ​ຢັນ​ວ່າ:  ASEM ແມ່ນ​ຄູ່​ຮ່ວ​ມ​ມື​ທີ່​ສຳ​ຄັນ​ ໃນ​ວິ​ວັດ​ການ​ເຊື່ອມ​ໂຍງ ​ຂອງ​ຫວຽດ​ນາມ:

        “ຫວຽດ​ນາມ​ເປັນ​ຕະຫຼາດ​ໜຶ່ງ​ທີ່​ໃຫຍ່ ດ້ວຍ​​ພົນ​ລະ​ເມືອງ 100 ລ້ານ ​ຄົນ, ລາຍ​ຮັບ​ນັບ​ມື້​ນັບ​ເພີ່ມ​ຂື້ນ​. ASEM ເປັນ​ຄູ່​ຮ່ວມ​ມື​ທີ່​ສຳ​ຄັນ​ ໃນ​ວິ​ວັດ​ການ​ປ່ຽນ​ແປງ​ໃໝ່, ພັດ​ທະ​ນາ ແລະ ເຊື່ອມ​ໂຍງ​ກັບ​ສາ​ກົນ. ປັດ​ຈ​ຸ​ບັນ​ຫວຽດ​ນາມ ມີກວ່າ 21 ພັນ ວິ​ສາ​ຫະ​ກິດ ມີ​ເງິນ​ລົງ​ທຶນ​ຕ່າງ​ປະ​ເທດ ທີ່​ກຳ​ລັງ​ເຄື່ອນ​ໄຫວ ດ້ວຍຍອດ​ທຶນ​ຈົດ​ທະ​ບຽນ​ລົງ​ທຶນ ກວ່າ 300 ຕື້USD ​ແມ່ນມາ​ຈາກ 100 ກວ່າ​ປະ​ເທດ, ເຂດ​ແຄ້ວນ. ຫວຽດ​ນາມ ໄດ້​ເຊັນ ແລະ ພວມ​ເຈ​ລະ​ຈາ  ສັນ​ຍາ​ການ​ຄ້າ​ເສ​ລີ 16 ສະ​ບັບ, ໃນ​ນັ້ນ​ ສັນ​ຍາ 14 ສະ​ບັບ ແມ່ນ​ພົວ​ພັນ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື ASEM. ຫວຽດ​ນາມ​ເປີດກວ້າງ​ປະ​ຕູ​ຕ້ອນ​ຮັບ​ການ​ຮ່ວມ​ມື​ລົງ​ທຶນ​ ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ ອາ​ຊີ-ເອີ​ລົບ ແລະ ໃຫ້​ຄຳ​ໝັ້ນ​ສັນ​ຍາ ຈະ​ປະ​ກອບ​ສ່ວນ​ສ້າງ​ການ​ພົວ​ພັນ​ຮ່ວມ​ມື​ຮອບ​ດ້ານ ໃນ ASEM , ເພື່ອ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ”.

 

ຂ່າວ/ບົດ​ອື່ນ