Bamboo Airways ປະກາດສາຍການບິນ ນະຄອນໂຮ່ຈີມິນ - Sydney

(VOVWORLD) -ຄາດວ່າ, ສາຍການບິນດັ່ງກ່າວຈະປະຕິບັດ 2 ຖ້ຽວ/ອາທິດ ແລະ ຍົກຂຶ້ນເປັນ 4 ຖ້ຽວ/ອາທິດ ໂດຍອີງຕາມຄວາມຕ້ອງການຕົວຈິງໃນປີ 2022.
Bamboo Airways ປະກາດສາຍການບິນ ນະຄອນໂຮ່ຈີມິນ - Sydney - ảnh 1(ສາຍການບິນດັ່ງກ່າວຈະປະຕິບັດ 2 ຖ້ຽວ/ອາທິດ)

ວັນທີ 28 ກຸມພາ, ຢູ່ນະຄອນ Sydney, ເມືອງເອກລັດ New South Wales, ບໍລິສັດການບິນ Bamboo Airways ໄດ້ປະກາດສາຍການບິນໂດຍກົງລະຫວ່າງ ນະຄອນ ໂຮ່ຈີມິນ (ຫວຽດນາມ) - Sydney (ອົດສະຕາລີ) ຢ່າງເປັນທາງການ. ດ້ວຍເຫດການດັ່ງກ່າວ, Bamboo Airways ກາຍເປັນບໍລິສັດການບິນຕ່າງປະເທດທຳອິດທີ່ເປີດສາຍການບິນໄປຍັງ Sydney ພາຍຫຼັງທີ່ ອົດສະຕາລີ ເປີດປະຕູຊາຍແດນສາກົນ.

        ຄາດວ່າ, ສາຍການບິນດັ່ງກ່າວຈະປະຕິບັດ 2 ຖ້ຽວ/ອາທິດ ແລະ ຍົກຂຶ້ນເປັນ 4 ຖ້ຽວ/ອາທິດ ໂດຍອີງຕາມຄວາມຕ້ອງການຕົວຈິງໃນປີ 2022.

ຕອບກັບ

ຂ່າວ/ບົດ​ອື່ນ