EU ຮຽກຮ້ອງໃຫ້ລັດເຊຍສ້າງຕັ້ງການຮ່ວມມືດ້ານຄວາມໝັ້ນຄົງຄືນໃໝ່

(VOVWORLD) -ໃນຈົດໝາຍອວຍພອນທ່ານ Vladimir Putin ໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີສະຫະພັນລັດເຊຍ ຄືນໃໝ່, ວັນທີ 20 ມີນາ

EU ຮຽກຮ້ອງໃຫ້ລັດເຊຍສ້າງຕັ້ງການຮ່ວມມືດ້ານຄວາມໝັ້ນຄົງຄືນໃໝ່ - ảnh 1 ທ່ານປະທານຄະນະກຳມະການເອີລົບ (EC) Jean Claude Juncker ໄດ້ຮຽກຮ້ອງໃຫ້ທ່ານ Putin ສ້າງຕັ້ງການພົວພັນຮ່ວມມືດ້ານຄວາມໝັ້ນຄົງຢູ່ເອີລົບ ຄືນໃໝ່

(ພາບປະກອບ: AFP/TTXVN)

ທ່ານປະທານຄະນະກຳມະການເອີລົບ (EC) Jean Claude Juncker ໄດ້ຮຽກຮ້ອງໃຫ້ທ່ານ Putin ສ້າງຕັ້ງການພົວພັນຮ່ວມມືດ້ານຄວາມໝັ້ນຄົງຢູ່ເອີລົບ ຄືນໃໝ່ ພາຍຫຼັງຮັບດຳລົງຕຳແໜ່ງອາຍຸການທີ 4. ທ່ານ Jean Claude Juncker ຖືວ່າ, ເລື່ອງສ້າງຕັ້ງຄວາມເປັນລະບຽບຮຽບຮ້ອຍ, ຄວາມໝັ້ນຄົງລະຫວ່າງເອີລົບ ຄືນໃໝ່ ແມ່ນຄາດໝາຍລວມລະຫວ່າງ EU ແລະ ລັດເຊຍ, ພ້ອມທັງສະແດງຄວາມປາດຖະໜາວ່າ ທ່ານປະທານາທິບໍດີ Putin ຈະເດີນຕາມເປົ້າໝາຍດັ່ງກ່າວໃນອາຍຸການຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ