EU ແລະ ອັງ​ກິດ ເຫັນ​ດີ​ເປັນ​ເອ​ກະ​ພາບ​ເພີ່ມ​ກຳ​ລັງ​ໜູນ​ໃຫ້​ແກ່​ບັນ​ດາ​ການ​ເຈ​ລະ​ຈາຫຼັງ Brexit

(VOVWORLD) -ວັນທີ 15 ມິຖຸນາ, ທ່ານ Boris Johnson ນາຍົກລັດຖະມົນຕີ ອັງກິດ ແລະ ທ່ານ Ursula von der leyen ປະທານຄະນະກຳມະການເອີລົບ ພ້ອມກັບການນຳຕ່າງໆຂອງ EU ໄດ້ເຂົ້າຮ່ວມກອງປະຊຸມທາງອອນລາຍຂັ້ນສູງໃນສະພາບການ 4 ຮອບເຈລະຈາພາຍຫຼັງ Brexit.
EU ແລະ ອັງ​ກິດ ເຫັນ​ດີ​ເປັນ​ເອ​ກະ​ພາບ​ເພີ່ມ​ກຳ​ລັງ​ໜູນ​ໃຫ້​ແກ່​ບັນ​ດາ​ການ​ເຈ​ລະ​ຈາຫຼັງ Brexit - ảnh 1ພາບປະກອບ: TTXVN 

ກອງປະຊຸມ ສິ້ນສຸດລົງແຕ່ຄວາມຄືບໜ້າບໍ່ບັນລຸໄດ້ປານໃດ ເມື່ອ ທັງສອງຝ່າຍຍັງຄົງມີຄວາມບໍ່ລົງລອຍກັນໃນບາງບັນຫາ. ທີ່ກອງປະຊຸມທາງອອນລາຍຄັ້ງນີ້, ບັນດາຝ່າຍເຫັນດີເປັນເອກະພາບສືບຕໍ່ເພີ່ມກຳລັງໜູນທີ່ຈຳເປັນໃຫ້ແກ່ບັນດາການເຈລະຈາ, ພ້ອມທັງໜູນຊ່ວຍບັນດາແຜນການເພີ່ມທະວີການເຈລະຈາໃນເດືອນກໍລະກົດຈະມາເຖິງ ແລະ ສ້າງບັນດາເງື່ອນໄຂສະດວກທີ່ສຸດເພື່ອອາດຈະບັນລຸໄດ້ຂໍ້ຕົກລົງ ໃນເວລາກ່ອນທ້າຍປີ 2020.  ບັນດາການນຳກໍ່ເຫັນດີເປັນເອກະພາບຈະປະຕິບັດເປົ້າໝາຍຊອກຫາສຽງເວົ້າລວມ ໃນເວລາໄວທີ່ຈະໄວໄດ້ ກ່ຽວກັບບັນດາຫຼັກການຕົ້ນຕໍໃນຂໍ້ຕົກລົງຂອງບັນດາການນຳຂັ້ນສູງຂອງສະຫະພາບ ເອີລົບ (EU) ແລະ ອັງກິດ.

ກວາງຢຸງນັກຂ່າວ VOV ປະຈຳເອີລົບ

ຕອບກັບ

ຂ່າວ/ບົດ​ອື່ນ