Eurocham ມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ການ​ພັດ​ທະ​ນາ​ຢ່າງ​ເປັນ​ປົກ​ກະ​ຕິ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ ຫວຽດ​ນາມ

(VOVWORLD) - ທ່ານ Dominik Meichle ປະທານ Eurocham ໃຫ້ຮູ້ວ່າ ທີ່ການເຮັດວຽກກັບບັນດາຫົວໜ່ວຍທີ່ມີໜ້າທີ່ຮັບຜິດຊອບຂອງ EC, Eurocham ລ້ວນແຕ່ປາດຖະໜາຢາກໃຫ້ຝ່າຍ EC ພິຈາລະນາແກ້ໄຂບັດເຫຼືອງ ຂອງຫວຽດນາມໂດຍໄວ. 
Eurocham ມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ການ​ພັດ​ທະ​ນາ​ຢ່າງ​ເປັນ​ປົກ​ກະ​ຕິ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ ຫວຽດ​ນາມ - ảnh 1ທ່ານ ຫງວຽນວັນຖາວ ເອກອັກຄະລັດຖະທູດ ຫວຽດນາມປະຈຳ ແບນຊິ ກ່າວຄຳເຫັນທີ່ການໂອ້ລົມສົນທະນາ (ພາບ: TTXVN)

ຕອນຄ່ຳວັນທີ 2 ກໍລະກົດ, ຢູ່ Brussels, ສະຖານທູດ ຫວຽດນາມ ປະຈຳແບນຊິກໄດ້ສົມທົບກັບ ສະມາຄົມວິສາຫະກິດເອີລົບປະຈຳ ຫວຽດນາມ  (EuroCham) ຈັດການໂອ້ລົມສົນທະນາກ່ຽວກັບບັນດາໂອກາດຮ່ວມມືລະຫວ່າງ ຫວຽດນາມ ແລະ ສະຫະພາບ ເອີລົບ (EU), ພິເສດໃນບັນດາຂົງເຂດສຳຄັນຄື ເສດຖະກິດສີຂຽວ, ພະລັງງານທົດແທນ, ສິ່ງແວດລ້ອມ ແລະ ໂຄງການຄູ່ຮ່ວມມືຫັນປ່ຽນພະລັງງານຢ່າງມີຄວາມຍຸຕິທຳ (JETP). ທີ່ການໂອ້ລົມສົນທະນາ, ທ່ານ ຫງວຽນວັນຖາວ ເອກອັກຄະລັດຖະທູດ ຫວຽດນາມປະຈຳ ແບນຊິກ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສະຫະພາບເອີລົບ ໄດ້ຮຽກຮ້ອງການໜູນຊ່ວຍຂອງ Eurocham ໃນການຊຸກຍູ້ຄະນະກຳມະການເອີລົບ (EC) ແກ້ໄຂບັດເຫຼືອງ IUU ໃຫ້ຫວຽດນາມ, ທ່ານປາດຖະໜາຢາກ ຮ່ວມມືກັບ Eurocham ຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍ JETP ຢູ່ຫວຽດນາມຢ່າງມີປະສິດທິຜົນ. ສ່ວນທ່ານ Dominik Meichle ປະທານ Eurocham ໃຫ້ຮູ້ວ່າ ທີ່ການເຮັດວຽກກັບບັນດາຫົວໜ່ວຍທີ່ມີໜ້າທີ່ຮັບຜິດຊອບຂອງ EC, Eurocham ລ້ວນແຕ່ປາດຖະໜາຢາກໃຫ້ຝ່າຍ EC ພິຈາລະນາແກ້ໄຂບັດເຫຼືອງ ຂອງຫວຽດນາມໂດຍໄວ. ທ້າຍເດືອນກັນຍາ ແລະ ຕົ້ນເດືອນຕຸລາປີ 2024, ຄະນະປະຕິບັດງານຂອງ EC ຈະມາຫວຽດນາມ ແລະ ຫວັງວ່າບັນຫາບັດເຫຼືອງຈະໄດ້ຮັບການແກ້ໄຂ.

ທີ່ການໂອ້ລົມສົນທະນາ, ຜູ້ຕາງໜ້າບັນດາວິສາຫະກິດ Eurocham ລ້ວນແຕ່ສະແດງຄວາມເຊື່ອໝັ້ນຕໍ່ການພັດທະນາຢ່າງມີຄວາມສະຖຽນລະພາບຂອງພື້ນຖານເສດຖະກິດຫວຽດນາມ. ທ່ານ Meichle ໃຫ້ຮູ້ວ່າດັດຊະນີຄວາມເຊື່ອໝັ້ນໃນການດຳເນີນທຸລະກິດໂດຍ Eurocham ປະກາດ ສະແດງໃຫ້ເຫັນ ຈິດຕະສາດ ທີ່ຕັ້ງໜ້າ  ແລະລ້ວນແຕ່ເຫັນວ່າ ຫວຽດນາມ ພວມນຳໂອກາດຫຼາຍຢ່າງມາໃຫ້ປະຊາຄົມວິສາຫະກິດເອີລົບ.

ຕອບກັບ

ຂ່າວ/ບົດ​ອື່ນ