G20 ພິຈາລະນາ ລົບລ້າງໜິ້ສິນສ່ວນໜຶ່ງໃຫ້ແກ່ບັນດາປະເທດທຸກຍາກ

(VOVWORLD) - ບັນດາລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານສູນກາງ G20 ພວມມຸ່ງໄປເຖິງເລື່ອງບັນລຸໄດ້ຂໍ້ຕົກລົງ ເມື່ອເຂົາເຈົ້າດຳເນີນກອງປະຊຸມທາງອອນລາຍໃນວັນທີ 13 ພະຈິກ ຈະມາເຖິງ. 
G20 ພິຈາລະນາ ລົບລ້າງໜິ້ສິນສ່ວນໜຶ່ງໃຫ້ແກ່ບັນດາປະເທດທຸກຍາກ - ảnh 1G20 ພິຈາລະນາ ລົບລ້າງໜິ້ສິນສ່ວນໜຶ່ງໃຫ້ແກ່ບັນດາປະເທດທຸກຍາກ. ພາບ: AFP/TTXVN

  ວັນທີ 02 ພະຈິກ, ສຳນັກຂ່າວສານ Kyodo ໄດ້ຄັດສະເໜີແຫຼ່ງຂ່າວທີ່ໃຫ້ຮູ້ວ່າ: ລັດຖະມົນຕີການເງິນກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າໂລກ (G20) ຈະເຫັນດີເປັນເອກະພາບລົບລ້າງໜິ້ສິນສ່ວນໜຶ່ງໃຫ້ແກ່ບັນດາປະເທດທຸກຍາກ ແນໃສ່ຊ່ວຍໃຫ້ບັນດາປະເທດດັ່ງກ່າວປະຕິບັດບັນດາມາດຕະການຮັບມືກັບໂລກລະບາດໂຄວິດ-19. ບັນດາລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານສູນກາງ G20 ພວມມຸ່ງໄປເຖິງເລື່ອງບັນລຸໄດ້ຂໍ້ຕົກລົງ ເມື່ອເຂົາເຈົ້າດຳເນີນກອງປະຊຸມທາງອອນລາຍໃນວັນທີ 13 ພະຈິກ ຈະມາເຖິງ. ເຖິງຢ່າງໃດກໍ່ຕາມ, ບັນດາແຫຼ່ງຂ່າວກໍ່ໃຫ້ຮູ້ວ່າ ຍັງບໍ່ແນ່ນອນວ່າ ຈີນ - ເຈົ້າໜິ້ໃຫຍ່ສຸດຂອງບັນດາປະເທດພວມພັດທະນາ - ຈະໃຫ້ຄຳໝັ້ນສັນຍາຢ່າງຄົບຖ້ວນກັບໂຄງການດ່ວນດັ່ງກ່າວຫຼືບໍ່?. ກອງປະຊຸມທາງອອນລາຍນີ້ ຈະດຳເນີນກ່ອນກອງປະຊຸມສຸດຍອດ G20, ຄາດວ່າ ຈະຈັດຂຶ້ນໃນວັນທີ 21 – 22 ພະຈິກ ຕາມຮູບການທາງອອນລາຍ.

 

ຕອບກັບ

ຂ່າວ/ບົດ​ອື່ນ