G7 ປຶກສາຫາລືແຜນ ການຊຸກຍູ້ການເຕີບໂຕ

G7 ປຶກສາຫາລືແຜນ ການຊຸກຍູ້ການເຕີບໂຕ - ảnh 1
ບັນດາລັດຖະມົນຕີການເງິນ, ຜູ້ວ່າການທະນາຄານ G7 ແລະ ລັດເຊຍ
(ພາບ: Getty)

(vovworld) – ວັນ​ທີ 10/5, ບັນ​ດາ​ລັດຖະມົນຕີ​ການ​ເງິນ ​ແລະ ຜູ້ວ່າການ​ທະນາຄານ ສູນ​ກາງ ກຸ່ມ​ບັນດາ​ປະ​ເທດ​ອຸດສາຫະກຳ​ພັດທະນາ (G7) ​ແລະ ລັດ​ເຊຍ​ໄດ້​ຈັດ​ກອງ​ປະຊຸມ​ເພື່ອ​ແນ​ໃສ່​ປຶກສາ​ຫາລື​ແຜນການ​ຊຸກຍູ້​ການ​ເຕີບ​ໂຕ. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ​ທີ່​ຈັດ​ຂຶ້ນ​ໃນ 2 ວັນ​ຢູ່ ລອນ​ດອນ, ​ແຫ່ງລາຊະ​ອານາ​ຈັກ ອັງກິດ, ທ່ານ George Osborne, ລັດຖະມົນຕີ​ການ​ເງິນ ອັງກິດ, ​ເຊິ່ງ​ແມ່ນ​ປະ​ເທດ​ພວມ​​ເປັນ​ປະທານ G7 ຢືນຢັນ​ວ່າ: ໜ້າ​ທີ່​ປະຈຸ​ບັນ​ແມ່ນ​ຮັກສາ​ວິວັດທະນາ​ການ​ຟື້ນ​ຟູ ​ເມື​່ອບັນ​ດາ​ຕະຫຼາດ​​ໄດ້​ເປັນ​ປົກກະຕິ. ​ແຕ່​​ເຖິງ​ຢ່າງ​ໃດ​ກໍ່ຕາມ, ທ່ານ George Osborne ​ເນັ້ນ​ໜັກ​ວ່າ: ບໍ່​ຄວນ​ຖື​ວ່າເສດຖະກິດ​ທົ່ວ​ໂລກ​ໄດ້​ຟື້ນ​ຟູ​ແລ້ວ, ບັນດາ​ປະ​ເທດ G7 ຄວນ​ສຸມ​ໃສ່​ປຶກສາ​ຫາລື ກ່ຽວ​ກັບ​ບົດບາດ​ຂອງ​ບັນດາ​ທະນາຄານ​ສູນ​ກາງ​ເພື່ອ​ປະກອບສ່ວນ​ຊຸກຍູ້​ການ​ເຕີບ​ໂຕ​ເສດຖະກິດ ພ້ອມ​ທັງ​ຮັກສາ​ລະດັບເງິນ​ເຟີ້​ໃຫ​້​ເປັນ​ປົກກະຕິ​ໃນ​ໄລຍະປານ​ກາງ, ​​ເມື່ອ​​ລັດຖະບານເກືອບ​ທັງ​ໝົດພວມ​ມານະ​ພະຍາຍາມ​ຫຼຸດຜ່ອນ​ການ​ໃຊ້​ຈ່າຍ ​ແລະ ​ເພີ່ມ​ອັດຕາພາສີ. ກອງ​ປະຊຸມ G7 ອາດ​ຈະ​ບໍ່​ສ້າງ​ບາດກ້າວ​ບຸກທະລຸ​ໃນ​ການ​ແກ້​ໄຂ​ສະພາບ​​ອ່ອນ​ດ້ອຍ​ໃນ​ປະຈຸ​ບັນ​ຂອງ​ເສດຖະກິດ​ທົ່ວ​ໂລກ, ​ແຕ່​ປາດ​ຖະໜາ​ວ່າ​ບັນດາ​ຝ່າຍ​ຈະ​ຊອກ​ຫາ​ມາດ​ຕະການ​ທີ່ກົມ​ກ່ຽວກ່ວາ ​ເພື່ອ​ແນ​ໃສ່​ຮັບປະກັນ​ການ​ເຕີບ​ໂຕ​​ເສດຖະກິດໂລກ​ໃຫ້ໝັ້ນຄົງ​.

ຂ່າວ/ບົດ​ອື່ນ