G7 ເຫັນ​ດີ​ເປັນ​ເອ​ກະ​ພາບ​ແກ້​ໄຂ​ບັນ​ດາກົດທຳ​ນຽມ​ທີ່​ກໍ່​ຄວາມສັບ​ສົນ​ວຸ້ນ​ວາຍ​ຕໍ່ການ​ຕະຫຼາດ

(VOVWORLD) - ທີ່ກອງປະຊຸມທາງອອນລາຍທີ່ໄດ້ຈັດຂຶ້ນໃນວັນທີ 1 ເມສາ, ຜູ້ຕາງໜ້າການຄ້າຂອງ ກຸ່ມ 7 ປະເທດອຸດສາຫະກຳພັດທະນາແຖວໜ້າໂລກ (G7) ໄດ້ເຫັນດີເປັນເອກະພາບແກ້ໄຂ “ບັນດາກົດທຳນຽມທີ່ກໍ່ຄວາມສັບສົນວຸ້ນວາຍຕໍ່ການຕະຫຼາດ”.

G7 ເຫັນ​ດີ​ເປັນ​ເອ​ກະ​ພາບ​ແກ້​ໄຂ​ບັນ​ດາກົດທຳ​ນຽມ​ທີ່​ກໍ່​ຄວາມສັບ​ສົນ​ວຸ້ນ​ວາຍ​ຕໍ່ການ​ຕະຫຼາດ - ảnh 1ທ່ານນາງ Liz Truss ລັດຖະມົນຕີກະຊວງການຄ້າຕ່າງປະເທດ ອັງກິດ (ພາບ: AFP/TTXVN)

ໃນຖະແຫຼງການຂອງປະທານພາຍຫຼັງກອງປະຊຸມ, ທ່ານນາງ Liz Truss ລັດຖະມົນຕີກະຊວງການຄ້າຕ່າງປະເທດ ອັງກິດ ໃຫ້ຮູ້ວ່າ: ບັນດາກົດທຳນຽມທີ່ກໍ່ຄວາມສັບສົນວຸ້ນວາຍຕໍ່ການຕະຫຼາດ ແລະ ການແກ້ງແຍ່ງນັ້ນຈະເຮັດໃຫ້ປະສິດທິຜົນ ແລະ ຄວາມຮັບຮູ້ກ່ຽວກັບຄວາມສະເໝີພາບ ແລະ ອິດທິພົນຊື່ສຽງຂອງ ລະບົບການຄ້າຫຼຸດລົງ”. ບັນດາຜູ້ຕາງໜ້າທາງການຄ້າຂອງ G7 “ໄດ້ຍອມຮັບວ່າ ການຄ້າທົ່ວໂລກ ຕ້ອງຮັບໃຊ້ບັນດາລະບົບການຕະຫຼາດເປີດ, ແລະ ບໍ່ສາມາດປະໃຫ້ບັນດາຕະຫຼາດນີ້ ຖືກທຳລາຍ ຍ້ອນການຄ້າທີ່ບໍ່ມີຄວາມສະເໝີພາບ”.

        ເພື່ອຊຸກຍູ້ທ່າຟື້ນຟູເສດຖະກິດພາຍຫຼັງໂລກລະບາດໂຄວິດ - 19, ບັນດາຜູ້ຕາງໜ້າການຄ້າ G7 ໄດ້ເຫັນດີເປັນເອກະພາບ “ສືບຕໍ່ຊັ່ງຊາບັນດາວິທີການພັດທະນານະໂຍບາຍທາງການຄ້າ ຊຶ່ງອາດຈະໜູນຊ່ວຍໃຫ້ແກ່ການເຄື່ອນໄຫວຄ້າຂາຍ ບັນດາຜະລິດຕະພັນການແພດ ແລະ ເພີ່ມທະວີລະດັບຄວາມຍືນຍົງຂອງລະບົບສະໜອງ”.

ຕອບກັບ

ຂ່າວ/ບົດ​ອື່ນ