IAEAປາດຖະໜາຢາກເຮັດແຈ້ງໂຄງການນິວເຄຼຍຂອງອີຣານ

IAEAປາດຖະໜາຢາກເຮັດແຈ້ງໂຄງການນິວເຄຼຍຂອງອີຣານ - ảnh 1
ເຕົາປະຕິກອນນິວເຄຼຍຂອງ ອີຣານ
(ພາບ: AFP/TTXVN)


(vovworld) – ວັນ​ທີ 4/7, ຜູ້ອຳນວຍການ​ໃຫຍ່​ອົງການ​ພະລັງງານ​ປະລະ​ມາ​ນູສາກົນ (IAEA) Yukiya Amano ຖະ​ແຫຼ​ງຈັດ​ຕັ້ງ​ການ​ສືບສວນ​ເພື່ອ​ແນ​ໃສ່​ເຮັດ​ແຈ້ງ​ເລື່ອງ ອີຣານ ​ໄດ້​ຊອກ​ຫາ​ວິທີ​ພັດທະນາ​ບັນດາ​ປະ​ເພດອາວຸດ​ນິວ​ເຄຼຍ ຫຼື​ບໍ່, ອາດ​ຈະ​ປະຕິບັດ​ສຳ​ເລັດ​ໃນ​ທ້າຍ​ປີ 2015 ​ດ້ວຍ​ການ​ໜູ​ນຊ່ວຍ​ຈາກ​ຝ່າຍ ​ເຕ​ເຮຣານ. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ກາ​ນນັກ​ຂ່າວ​ໃນ​ສະພາບ​ການ​ເຈລະຈາ​ກ່ຽວ​ກັບ​ໂຄງການ​ນິວ​ເຄຼຍຂອງ ​ອີຣານ ພວມ​ຖືກ​ຈັດ​ຕັ້ງ​ຢູ່ ວຽນ​ (ປະ​ເທດ ​ໂອ​ຕຣິດ), ທ່ານ Amano ​ເນັ້ນ​ໜັກ​ຄວາມ​ຄືບ​ໜ້າ​ທີ່​ບັນລຸ​ໄດ້​ຖືກ​ຕາມ​ວິວັດ​ການ, ​ແຕ່​ຍັງ​ມີ​ຫຼາຍ​ສີ່​ງຕ້ອງ​ເຮັດ. ດ້ວຍ​ການ​ຮ່ວມ​ມື​ຂອງ ອີຣານ, IAEA ອາດ​ສາມາດ​ປະກາດ​ບົດ​ລາຍ​ງານ​ໃນ​ທ້າຍ​ປີ 2015 ກ່ຽວ​ກັບ​​ເລື່ອງ​ເຮັດ​ແຈ້ງ “ບັນດາ​ບັນຫາ​ກ່ຽວ​ຂ້ອງ​ເຖິງ​ບັນດາ​ດ້ານ​ການ​ທະຫານ” ​ໃນ​ໂຄງການ​ນິວ​ເຄຼຍຂອງ ​ເຕ​ເຮຣານ. ຖະ​ແຫຼ​ງການ​ດັ່ງກ່າວ​ຂອງ​ຫົວໜ້າ​ອົງການ IAEA ອາດ​ຈະ​ສ້າງ​ບາດ​ກ້າວ​ບຸກທະລຸ​ສຳລັບ​ບັນດາ​ບັນຫາ​ຫຍຸ້ງຍາກ​ທີ່​ສຸດ​ທີ່​ເຄີຍ​ກີດຂວາງ​ຂໍ້​ຕົກລົງ​ນິວ​ເຄຼຍກັບ​ບັນດາ​ການ​ນຳ ອີຣານ ພາຍຫຼັງ​ດ​ຳ​ເນີນ​ການ​ເຈລະຈາ​ເຄັ່ງ​ຕຶງ​ເປັນ​ເວລາເກືອ​ບ 2 ປີ.

ຂ່າວ/ບົດ​ອື່ນ