IFAD ຕີລາຄາສູງການຮ່ວມມືຂອງລັດຖະບານ ຫວຽດນາມ

(VOVWORLD) -ວັນທີ 12 ມີນາ, ຢູ່ນະຄອນຫຼວງ ໂຣມ ປະເທດ ອີຕາລີ, ເອກອັກຄະລັດຖະທູດ, ຜູ້ຕາງໜ້າຂອງ ຫວຽດນາມ ປະຈຳ ກອງທຶນພັດທະນາກະສິກຳສາກົນ (IFAD) ທ່ານນາງ ຫງວຽນທິບິກເຮ້ວ ໄດ້ຍື່ນສານແຕ່ງຕັ້ງຕໍ່ປະທານ IFAD Gilbert Fossoun Houngbo.
IFAD ຕີລາຄາສູງການຮ່ວມມືຂອງລັດຖະບານ ຫວຽດນາມ - ảnh 1ທ່ານນາງ ຫງວຽນທິບິກເຮ້ວ ໄດ້ຍື່ນສານແຕ່ງຕັ້ງຕໍ່ປະທານ IFAD Gilbert Fossoun Houngbo (ພາບ: Vietnam+)

ໃນການຕ້ອນຮັບ ພາຍຫຼັງພິທີຍື່ນສານແຕ່ງຕັ້ງ, ທ່ານນາງ ເອກອັກຄະລັດຖະທູດ ຫງວຽນທິບິກເຮ້ວ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງການຊ່ວຍເຫຼືອຢ່າງມີປະສິດທິຜົນຂອງ IFAD ໃນຕະຫຼອດຫຼາຍປີທີ່ຜ່ານມາ; ຢັ້ງຢືນວ່າລັດຖະບານ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່ເພີ່ມທະວີການຮ່ວມມື ແລະ ມານະພະຍາຍາມປະກອບສ່ວນເຂົ້າໃນບັນດາການເຄື່ອນໄຫວລວມຂອງ IFAD ບົນພື້ນຖານຄວາມເໝາະສົມກັບກຳລັງຄວາມສາມາດ ແລະ ເງື່ອນໄຂຂອງປະເທດ. ທ່ານນາງ ເອກອັກຄະລັດຖະທູດ ສະເໜີ IFAD ສ້າງເງື່ອນໄຂໃຫ້ ຫວຽດນາມ ສືບຕໍ່ໄດ້ກູ້ຢືມເງິນດ້ວຍອັດຕາດອກເບ້ຍຕ່ຳ ໃນໄລຍະທີ່ຈະມາເຖິງ, ພ້ອມນັ້ນກໍ່ເພີ່ມທະວີເປີດກວ້າງບັນດາໂຄງການຮ່ວມມືຂອງ IFAD ໃນທົ່ວບັນດາແຂວງ, ນະຄອນຂອງ ຫວຽດນາມ.

ສ່ວນທ່ານ Gilbert Fossoun Houngbo ກໍ່ສະແດງຄວາມປາຖະໜາວ່າ ລັດຖະບານ ຫວຽດນາມ ຈະນັບມື້ນັບມີການປະກອບສ່ວນ ແລະ ໜູນຊ່ວຍໃຫ້ແກ່ບັນດາການເຄື່ອນໄຫວຂອງ IFAD ຢ່າງແທດຈິງ ໃນໄລຍະທີ່ຈະມາເຖິງ; ຊົມເຊີຍການສະເໜີເຂົ້າຮ່ວມ ໃນການຮ່ວມມື ໃຕ້ - ໃຕ້ ຂອງ ຫວຽດນາມ ແລະ ອວຍພອນທ່ານນາງ ເອກອັກຄະລັດຖະທູດ ຫງວຽນທິບິກເຮ້ວ ໃນຖານະຕຳແໜ່ງໃໝ່ ຈົ່ງປະສົບຜົນສຳເລັດໃນການປະຕິບັດບົດບາດໜ້າທີ່ເປັນຢ່າງດີ ເພື່ອພັດທະນາການພົວພັນຮ່ວມມືອັນດີງາມ ລະຫວ່າງ ຫວຽດນາມ ແລະ IFAD ໃຫ້ດີກວ່າເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ