ILO ປະ​ກ​າດ​ບົດ​ລາຍ​ງານ​ກ່ຽວ​ກັບ​ແງ່​ຫວັງ​ວຽກ​ເຮັດ​ງານ​ທຳ ແລະ ສັງ​ຄົມ ໂລກ ໃນ​ປ​ີ 2020

(VOVWORLD) -ບົດລາຍງານຂອງ ILO ໄດ້ເນັ້ນໜັກວ່າ ເກືອບ 500 ລ້ານ ຄົນ ພວມເຮັດວຽກ ດ້ວຍເວລາທີ່ໜ້ອຍກ່ວາ ຫຼື ບໍ່ມີໂອກາດໄດ້ເຮັດວຽກງານທີ່ໄດ້ຮັບເງິນເດືອນ. 
ILO ປະ​ກ​າດ​ບົດ​ລາຍ​ງານ​ກ່ຽວ​ກັບ​ແງ່​ຫວັງ​ວຽກ​ເຮັດ​ງານ​ທຳ ແລະ ສັງ​ຄົມ ໂລກ ໃນ​ປ​ີ 2020 - ảnh 1ພາບປະກອບ (ILO) 

ຕາມບົດລາຍງານ “ແງ່ຫວັງ ວຽກເຮັດງານທຳ ແລະ ສັງຄົມ ໂລກ: ທ່າອ່ຽງ ປີ 2020” (WESO) ຂອງອົງການແຮງງານສາກົນ (ILO)ແລ້ວ, ການຂາດວຽກເຮັດງານທຳ ບວກກັບສະພາບຄົນວ່າງງານເພີ່ມຂຶ້ນ, ການຂາດຄວາມສະເໝີພາບທີ່ແກ່ຍາວ ໄດ້ເຮັດໃຫ້ການສ້າງຊີວິດການເປັນຢູ່ທີ່ດີຂຶ້ນ ໂດຍຜ່ານວຽກງານຂອງເຂົາເຈົ້າແມ່ນນັບມື້ນັບ ຍາກຂຶ້ນ. ບົດລາຍງານຂອງ ILO ໄດ້ເນັ້ນໜັກວ່າ ເກືອບ 500 ລ້ານ ຄົນ ພວມເຮັດວຽກ ດ້ວຍເວລາທີ່ໜ້ອຍກ່ວາ ຫຼື ບໍ່ມີໂອກາດໄດ້ເຮັດວຽກງານທີ່ໄດ້ຮັບເງິນເດືອນ. ນອກຈາກນັ້ນ, ILO ຄາດວ່າ ຈຳນວນຜູ້ວ່າງງານຈະເພີ່ມຂຶ້ນຕື່ມອີກ ປະມານ 2,5 ລ້ານ ຄົນ ໃນປີ 2020. ບົດລາຍງານ WESO ໃຫ້ເຫັນວ່າ ສະພາບການຂາດດຸນລະຫວ່າງການສະໜອງ ແລະ ຄວາມຕ້ອງການແຮງງານ ໄດ້ເກີນຂອບເຂດບັນຫາ ວ່າງງານ.

ຕອບກັບ

ຂ່າວ/ບົດ​ອື່ນ