IMF ຈະສືບຕໍ່ຫລຸດຜ່ອນ ການຄາດຄະເນການ ເຕີບໂຕເສດຖະກິດໂລກ

IMF ຈະສືບຕໍ່ຫລຸດຜ່ອນ ການຄາດຄະເນການ ເຕີບໂຕເສດຖະກິດໂລກ - ảnh 1

ທ່ານ​ນາງ Christine Lagarde ຜູ້ອຳນວຍການ​ໃຫ່ຍ ​ IMF

(ພາບ:tinmoi.vn)

(vovworld)- ກອງ​ທຶນ​ເງິນຕາ​ສາກົນ IMF ຈະຫລຸດຜ່ອນ​ການ​ຄາດ​ຄະ​ເນ​ການ​ເຕີບ​ໂຕ​ເສດຖະກິດທົ່ວ​ໂລກ​ໃນ​ເດືອນ 10 ທີ່​ຈະ​ມາ​ເຖິງ ພາຍຫຼັງ​ອົງການ​ນີ້​ອັບ​ເດດ​ບັນດາ​ການ​ຕີ​ລາຄາ ​ແລະ ຄາດ​ຄະ​ເນ​ກ່ຽວ​ກັບ​ສະພາບ​ເສດຖະກິດ​ໂລກ. ​ໃນ​ບົດ​ກ່າວ​​ປາ​ໄສ​ເມື່ອ​ວັນ​ທີ 24/9 ກ່ອນ​ກອງ​ປະຊຸມ​ປະຈຳ​ປີ​ຂອງກອງ​ທຶນ​ເງິນຕາ​ສາກົນ ​ແລະ ທະນາຄານ​ໂລກ​ຊື່​ງຈະ​ຈັດ​ຂຶ້ນ​​ແຕ່​ວັນ​ທີ 12-14/10 ຢູ່​ໂຕ​ກຽວ ປະ​ເທດ​ຍີ່ປຸ່ນ, ທ່ານ​ນາງ Christine Lagarde ຜູ້ອຳນວຍການ​ໃຫ່ຍ ​ IMF ໃຫ້​ຮູ້​ວ່າ: ວິ​ກິດ​ການ​ໜີ້​ສິນ​ຂອງ​ລັດຢູ່​ພາກ​ພື້ນ​ໃຊ້​ສະກຸນ​ເງິນ​ເອີ​ໂຣລວມ​ຍັງ​ຄົງ​ແມ່ນ​ໄພ​ນາບ​ຂູ່​ໃຫ່ຍທີ່​ສຸດ​ສຳລັບ​ເສດຖະກິດ​ໂລກ. ຄຽງ​ຄູ່​ກັນນັ້ນ, ບັນດາ​ການ​ໂຕ້​ຖຽງ​ກັນ​ກ່ຽວ​ກັບ​ການ​ຫລຸດຜ່ອນ​ພາສີ​ຢູ່​ອາ​ເມ​ລິ​ກາ ​ແລະ ​ເລື່ອງ​ລັດຖະບານ​ປະ​ເທດ​ນີ້ ​ໄດ້​ຫລຸດຜ່ອນການ ​ໃຊ້​ຈ່າຍ​ໃນ​ປີໜ້າ ກໍ່​ມີ​ການ​ກະທົບ​ເຖິງ​ເສດຖະກິດ​ທົ່ວ​ໂລກ.

   ຄາດ​ວ່າ,  IMF ຈະຍົກ​ອອກ​ບົດ​ລາຍ​ງານກ່ຽວ​ກັບ​ແງ່​ຫວັງ​ເສດຖະກິດ​ທົ່ວ​ໂລກ​ໃນ​ວັນ​ທີ 9/10 ທີ່​ຈະ​ມາ​ເຖິງ. ​ໃນ​ບົດ​ລາຍ​ງານ​ປະກາດ​ເມື​ອ່​ເດືອນ 7/2012 ຜ່ານ​ມາ, ​ IMF ໄດ້ຫລຸດຜ່ອນ​ການຄາດ​ຄະ​ເນ​ການ​ເຕີບ​ໂຕທົ່ວ​ໂລກ​ປີ 2012 ​ແລະ 2013 ລົງ​ໃນ​ລະດັບ 3,5% ​ແລະ 3,9%.

 

 

 

 

ຂ່າວ/ບົດ​ອື່ນ