IMF ​ຫລຸດ​ລະດັບ​ຄາດ​ຄະ​ເນ​ ການຈະ​ເລີນ​ເຕີບ​ໂຕ ​ເສດຖະກິດ​ໂລກ

ວັນ​ທີ 24/1, ກອງ​ທຶນ​ເງິນຕາ​ສາກົນ IMF ​ໄດ້​ຫລຸດ​ລະດັບ​ຄາດ​ຄະ​ເນ​ການຈະ​ເລີນ​ເຕີບ​ໂຕ​ເສດຖະກິດ​ໂລກ​ລົງ​ລະດັບ 3,3%, ຕ່ຳ​ກ່ວາ 0,7% ​ເມື່ອ​ທຽບ​ກັບ​ລະດັບ​ຄາດ​ຄະ​ເນ​ປະກາດ​ເມື່ອ​ເດືອນ​ກັນຍາ​ປີ​ກາຍ. IMF ກ່າວ​ເຕືອນວ່າ ​ເສດຖະກິດ​ໂລກ​ປີ​ນີ້​ ຈະ​ຟື້ນ​ຕົວຢ່າງ​ຊັກ​ຊ້າ ຍ້ອນ​ຜົນ​ສະທ້ອນ​ຈາກ​ວິ​ກິດ​ການ​ໜີ້ສິນ​ຂອງ​ລັດ​ໃນ​ພາກ​ພື້ນ​ໃຊ້​ສະກຸນ​ເງິນ​ເອີ​ໂຣ ກໍ​ຄື​ບັນດາ​ປັດ​ໃຈ​ກໍ່​ຄວາມ​ຂາດ​ສະຖຽນລະ​ພາບ​ອື່ນໆ. IMF ຮັບ​ຮູ້​ວ່າ ສະພາບ​ເສດຖະກິດ​ໂລກ​ປີ 2012 ພວມ​ມີ​ທ່າ​ຊົ່ວ​ຮ້າຍ​ລົງ ​ແລະ​ບັນດາ​ໄພ​ນາບ​ຂູ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ.
ຂ່າວ/ບົດ​ອື່ນ