IS ຮຽກຮ້ອງບຸກໂຈມຕີຫຼາຍພາກພື້ນໃນໂລກ

(VOVWORLD) -ມີຂໍ້ຄວາມບັນທຶກສຽງເຊິ່ງໄດ້ຮັບຖືວ່າແມ່ນຂອງອົງການລັດອິດສະລາມ (IS) ອ້າງຊື່ເອງ ໄດ້ຮຽກຮ້ອງໃຫ້ບັນດາຜູ້ເຂົ້າຮ່ວມອົງການກໍ່ການຮ້າຍດັ່ງກ່າວດຳເນີນບັນດາເຫດບຸກໂຈມຕີຢູ່ອາເມລິກາ, ເອີລົບ, ລັດເຊຍ, ອົດສະຕາລີ, ອີຣັກ, ຊີຣີ, ອີຣານ ແລະ ຟິລິບປີນ ໃນເດືອນເທດສະການ Ramadan.
IS ຮຽກຮ້ອງບຸກໂຈມຕີຫຼາຍພາກພື້ນໃນໂລກ - ảnh 1 (ພາບປະກອບ: Reuters)

ຂໍ້ຄວາມບັນທຶກສຽງນີ້ໄດ້ສົ່ງຜ່ານລະບົບຂໍ້ຄວາມ Telegram ຂອງ IS ໃນວັນທີ 12 ມິຖຸນາ. ຂໍ້ຄວາມດັ່ງກ່າວໄດ້ຮັບຖືວ່າຂອງໂຄສົກທາງການຂອງ IS ທີ່ມີຊື່ວ່າ Abi al Hassan al Muhajer.

        ປະຈຸບັນຍັງບໍ່ທັນຢັ້ງຢືນມູນຄວາມຈິງຂອງຂໍ້ຄວາມບັນທຶກສຽງດັ່ງກ່າວເທື່ອ, ແຕ່ວ່າ ສຽງເວົ້າໃນຂໍ້ຄວາມບັນທຶກສຽງນີ້ ຄ້າຍຄືກັບຂໍ້ຄວາມກ່ອນໜ້ານັ້ນເຊິ່ງໄດ້ຮັບຖືວ່າເປັນຂອງ al Muhajer.

ຕອບກັບ

ຂ່າວ/ບົດ​ອື່ນ