Lao Airlines ຈະເປີດບັນດາຖ້ຽວບິນໂດຍກົງໄປ ດານັງ

(VOVWORLD) - ທ່ານ ໜູແດງ ຈັນທະຜາສຸກ, ໃຫ້ຮູ້ວ່າ ຖ້ຽວບິນ ວຽນຈັນ - ດານັງ ໄດ້ຮັບຄວາມນິຍົມຈາກແຂກທ່ອງທ່ຽວເປັນຈຳນວນຫຼາຍ ນັບແຕ່ກ່ອນເກີດໂລກລະບາດໂຄວິດ 19 ແລ້ວ ແລະ ການເປີດຄືນຖ້ຽວບິນດັ່ງກ່າວ ແມ່ນເພື່ອຕອບສະໜອງຄວາມຕ້ອງການ...
Lao Airlines ຈະເປີດບັນດາຖ້ຽວບິນໂດຍກົງໄປ ດານັງ - ảnh 1ເຮືອບິນຂອງ Lao Airlines
(ພາບ:The Star)

ສາຍການບິນແຫ່ງຊາດລາວ (Lao Airlines) ຈະເປີດບັນດາຖ້ຽວບິນ ຈາກນະຄອນຫຼວງວຽງຈັນ ຂອງລາວ ໄປ ນະຄອນດານັງ ຂອງຫວຽດນາມ ໃນວັນທີ 30 ມີນາ ທີ່ຈະມາເຖິງ ດ້ວຍ 2 ຖ້ຽວຕໍ່ອາທິດ ໃນທຸກວັນພະຫັດ ແລະ ວັນເສົາ. ວັນທີ 5 ມີນາ, ຫົວໜ້າພະແນກການຄ້າ ແລະ ການຕະຫຼາດຂອງ Lao Airlines, ທ່ານ ໜູແດງ ຈັນທະຜາສຸກ, ໃຫ້ຮູ້ວ່າ ຖ້ຽວບິນ ວຽນຈັນ - ດານັງ ໄດ້ຮັບຄວາມນິຍົມຈາກແຂກທ່ອງທ່ຽວເປັນຈຳນວນຫຼາຍ ນັບແຕ່ກ່ອນເກີດໂລກລະບາດໂຄວິດ 19 ແລ້ວ ແລະ ການເປີດຄືນຖ້ຽວບິນດັ່ງກ່າວ ແມ່ນເພື່ອຕອບສະໜອງຄວາມຕ້ອງການ ທີ່ນັບມື້ນັບເພີ່ມຂຶ້ນຂອງແຂກນັກທ່ອງທ່ຽວໃນພາກພື້ນ ພາຍຫຼັງທີ່ມີຄຳສັ່ງຈຳກັດການເດີນທາງຍ້ອນ ໂລກລະບາດໂຄວິດ 19 ແມ່ນໄດ້ຍົກເລີກ.

Lao Airlines ຈະນຳໃຊ້ເຮືອບິນ A320 ດ້ວຍໄລຍະເວລາການບິນ 1 ຊົ່ວໂມງ 15 ນາທີ ແລະ ຄ່າປີ້ໂດຍສານ ປະມານ 4,800,000 ກີບ (ປະມານເກືອບ 290 ໂດລາສະຫະລັດ).

ຕອບກັບ

ຂ່າວ/ບົດ​ອື່ນ