NATO ປຶກ​ສາ​ຫາ​ລື​ການ ​ຖອນ​ທະ​ຫານ​ອອກ​ຈາກ ອັບ​ກາ​ນິດ​ສະ​ຖານ

(VOVWORLD) -ກອງປະຊຸມທາງອອນລາຍໄດ້ແກ່ຍາວເປັນເວລາ 2 ວັນນີ້ ເຊິ່ງຈະສຸມໃສ່ການປຶກສາຫາລືກ່ຽວກັບອະນາຄົດຂອງ ໜ້າທີ່ການຖອນທະຫານ 9.600 ຄົນອອກຈາກປະເທດ ອັບການິດສະຖານ, ໂດຍອຳນາດການປົກຄອງຂອງທ່ານ ອະດີດປະທານາທິບໍດີ Donald Trump ບັນລຸໄດ້ຂໍ້ຕົກລົງກັບກຳລັງ ຕາລີບານ.
NATO ປຶກ​ສາ​ຫາ​ລື​ການ ​ຖອນ​ທະ​ຫານ​ອອກ​ຈາກ ອັບ​ກາ​ນິດ​ສະ​ຖານ - ảnh 1ທະຫານ NATO ຢູ່ ອັບການິດສະຖານ (ພາບ: Military)

ວັນທີ 17 ກຸມພາ, ລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດສະມາຊິກອົງການສົນທິສັນຍາອັດລັງຕິກເໜືອ NATO ໄດ້ຈັ້ດກອງປະຊຸມຄັ້ງທຳອິດ ນັບແຕ່ພາຍຫຼັງທ່ານ ປະທານາທິບໍດີ ອາເມລິກາ Joe Biden ໄດ້ຮັບດຳລົງຕຳແໜ່ງຢ່າງເປັນທາງການ, ເພື່ອແນໃສ່ເລີ່ມເຄື່ອນໄຫວການພົວພັນຂ້າມປາຊີຟິກພາຍຫຼັງ 4 ປີທີ່ເຕັມໄປດ້ວຍຄວາມເຄັ່ງຕຶງພາຍໃຕ້ອຳນາດການປົກຄອງຂອງທ່ານ ອະດີດປະທານາທິບໍດີ ອາເມລິກາ Donald Trump.

ກອງປະຊຸມທາງອອນລາຍໄດ້ແກ່ຍາວເປັນເວລາ 2 ວັນນີ້ ເຊິ່ງຈະສຸມໃສ່ການປຶກສາຫາລືກ່ຽວກັບອະນາຄົດຂອງ ໜ້າທີ່ການຖອນທະຫານ 9.600 ຄົນອອກຈາກປະເທດ ອັບການິດສະຖານ, ໂດຍອຳນາດການປົກຄອງຂອງທ່ານ ອະດີດປະທານາທິບໍດີ Donald Trump ບັນລຸໄດ້ຂໍ້ຕົກລົງກັບກຳລັງ ຕາລີບານ. ເຖິງຢ່າງໃດກໍ່ຕາມ, ປັດຈຸບັນ ຂໍ້ຕົກລົງນີ້ ອຳນາດການປົກຄອງຂອງທ່ານ Joe Biden ພວມພິຈາລະນາຄືນໃໝ່ໃນສະພາບການ ການໃຊ້ຄວາມຮຸນແຮງທີ່ເພີ່ມຂຶ້ນຢູ່ ອັບການິດສະຖານ.

ຕອບກັບ

ຂ່າວ/ບົດ​ອື່ນ