NATO ປະ​ກາດ​ຄຳ​ນິ​ຍາມ​ຍຸດ​ທະ​ສາດ​ແບບ​ໃໝ່

(VOVWORLD) -ບັນດາການນຳຂອງກຸ່ມໄດ້ເຫັນດີເປັນເອກະພາບກ່ຽວກັບຄຳນິຍາມຍຸດທະສາດໃໝ່ ແລະ ຕົກລົງເຫັນດີເຊີນ ຊູແອັດ ແລະ ແຟງລັງເຂົ້າຮ່ວມອົງການ NATO.
NATO ປະ​ກາດ​ຄຳ​ນິ​ຍາມ​ຍຸດ​ທະ​ສາດ​ແບບ​ໃໝ່ - ảnh 1ກອງປະຊຸມສຸດຍອດ ອົງການສົນທິສັນຍາອັດລັງຕິກເໜືອ  (ພາບ: TTVN)

ວັນທີ 29 ມິຖຸນາ, ກອງປະຊຸມສຸດຍອດ ອົງການສົນທິສັນຍາອັດລັງຕິກເໜືອ (NATO) ຢູ່ Madrid (ແອັດສະປາຍ) ໄດ້ອອກຖະແຫຼງການຮ່ວມ ໂດຍຊີ້ແຈ້ງວ່າ ບັນດາການນຳຂອງກຸ່ມໄດ້ເຫັນດີເປັນເອກະພາບກ່ຽວກັບຄຳນິຍາມຍຸດທະສາດໃໝ່ ແລະ ຕົກລົງເຫັນດີເຊີນ ຊູແອັດ ແລະ ແຟງລັງເຂົ້າຮ່ວມອົງການດັ່ງກ່າວ.

        ນິຍາມຍຸດທະສາດໃໝ່ຂອງ NATO ກຳນົດໄພນາບຂູ່ ແລະ ສິ່ງທ້າທາຍຕົ້ນຕໍຂອງຄວາມໝັ້ນຄົງໃນພາກພື້ນ ແລະ ວາງອອກວິທີການແກ້ໄຂສິ່ງທ້າທາຍນັ້ນ. ຈຸດປະສົງຂອງການຍົກອອກນິຍາມຍຸດທະສາດແມ່ນເພື່ອແນໃສ່ກຳນົດທິດນະໂຍບາຍຂອງ NATO ໃນຊຸມປີຈະມາເຖິງ. NATO ກໍເພີ່ມທະວີດ້ານກຳລັງໃຫ້ຢູ່ໃນທ່າກຽມພ້ອມສູງ ດ້ວຍທະຫານກວ່າ 300.000 ຄົນ. ກ່ອນໜ້ານັ້ນ, ທ່ານ Jens Stoltenberg ເລຂາທິການໃຫຍ່ NATO ໃຫ້ຮູ້ວ່າ “ການອອກແບບການທະຫານສະບັບໃໝ່” ຈະ “ຍົກລະດັບຢ່າງແຮງ” ລະບົບປ້ອງກັນຕົວທາງທິດຕາເວັນອອກຂອງ NATO.


ຕອບກັບ

ຂ່າວ/ບົດ​ອື່ນ