Nobel ຟີຊິກສາດປີ2018ເຊີດຊູນັກວິທະຍາສາດ3ທ່ານ

(VOVWORLD) -ວັນທີ 2 ຕຸລາ ສະຖາບັນບັນດິດວິທະຍາສາດ ສະວິດ ຢູ່ Stockholm ໄດ້ປະກາດລາງວັນ Nobel ຟີຊິກສາດປີ 2018 ແມ່ນຂຶ້ນກັບນັກວິທະຍາສາດ 3 ທ່ານ 

ນັ້ນແມ່ນ ທ່ານ Arthur Ashkin ຊາວ ອາເມລິກາ, ທ່ານ Gerard Moirou ຊາວ ຝລັ່ງ ແລະ ທ່ານ Donna Strickland  ຊາວການາດາ ຍ້ອນມີຜົນງານດີເລີດໃນການປະດິດຄິດສ້າງທີ່ມີລັກສະນະບຸກທະລຸກ່ຽວກັບຂົງເຂດ ຟີຊິກສາດ laser. ນີ້ແມ່ນຄັ້ງທີ 2 ລາງວັນ Nobel ໄດ້ຮັບການປະກາດ ແລະ ແມ່ນລາງວັນ Nobel ຟີຊິກສາດ ຄັ້ງທີ 112 ນັບແຕ່ປີ 1901 ແລະ ມາຮອດປະຈຸບັນ ມີແມ່ຍິງພຽງ 3 ຄົນໄດ້ຮັບລາງວັນ Nobel ຟີຊິກສາດ.

ບັນດາຜູ້ໄດ້ຮັບລາງວັນ Nobel ປີນີ້ ຈະໄດ້ຮັບຫນັງສືຢັ້ງຢືນ, ຫລຽນຄຳ ພ້ອມກັບຂອງຂວັນເປັນເງິນສົດ.

ຕອບກັບ

ຂ່າວ/ບົດ​ອື່ນ