Novartis, Roche ຮ່ວມ​ມື​ຜະ​ລິດ​ຢາ​ປິ່ນ​ປົວ​ພະ​ຍາດ​ອັກ​ເສັບ​ປອດ​ທີ່​ກ່ຽວ​ຂ້ອງ​ເຖິງ ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ປັດຈຸບັນ, Novartis ພວມຮ່ວມມືກັບ BioNTech ແລະ Cure Vac ເພື່ອ ຜະລິດວັກຊິນກັນໂຄວິດ - 19 ຊະນິດຕ່າງໆ. 
Novartis, Roche ຮ່ວມ​ມື​ຜະ​ລິດ​ຢາ​ປິ່ນ​ປົວ​ພະ​ຍາດ​ອັກ​ເສັບ​ປອດ​ທີ່​ກ່ຽວ​ຂ້ອງ​ເຖິງ ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ສັນຍາລັກຂອງບໍລິສັດການຢາ Novartis ຢູ່ສະວິດ (ພາບ: AFP/TTXVN)

ວັນທີ 15 ເມສາ, ບໍລິສັດການຢາ ຂອງ ສະວິດ Novartis ໄດ້ປະກາດວ່າຈະຮ່ວມມືກັບກຸ່ມບໍລິສັດການຢາ Roche ເພື່ອຜະລິດຢາຕ້ານອັກເສັບ tocilizumab ຊຶ່ງແມ່ນຢາຊະນິດໜຶ່ງທີ່ພວມໄດ້ຮັບການທົດລອງ ກ່ຽວກັບປະສິດທິຜົນໃນການປິ່ນປົວພະຍາດອັກເສັບປອດທີ່ກ່ຽວຂ້ອງເຖິງໂລກລະບາດໂຄວິດ - 19. ປັດຈຸບັນ, Novartis ພວມຮ່ວມມືກັບ BioNTech ແລະ Cure Vac ເພື່ອ ຜະລິດວັກຊິນກັນໂຄວິດ - 19 ຊະນິດຕ່າງໆ. ຕາມຂໍ້ຕົກລົງການຜະລິດຢາ tocilizumab ຊະນິດໃໝ່ແລ້ວ, ໃນໄຕມາດທີ II ຈະມາເຖິງນີ້, Roche ຈະຖ່າຍທອດວິຊາການ ກ່ຽວກັບວິວັດການຜະລິດຢາ tocilizumab ໃຫ້ແກ່ຮາກຖານຜະລິດຢາຂອງ Novartis ຢູ່ສິງກະໂປ.

ຕອບກັບ

ຂ່າວ/ບົດ​ອື່ນ