OECD ເລ່ງລັດປະ​ຕິ​ບັດແຜນ​ການ Marshall ໃໝ່

(VOVWORLD) -ປັດຈຸບັນ, ລັດຖະບານບັນດາປະເທດໃນໂລກພວມປະສົບກັບຄວາມຫຍຸ້ງຍາກໃນການປົກປັກຮັກສາພື້ນຖານເສດຖະກິດຂອງຕົນ ຕໍ່ບັນດາຜົນກະທົບທາງລົບຂອງໂລກລະບາດ Covid – 19 ແລະ ພວມຮຽກຮ້ອງການສົມທົບກັນເພື່ອແນໃສ່ຫຼີກລ້ຽງກໍລະນີເສດຖະກິດໃນທົ່ວໂລກຕົກເຂົ້າສູ່ສະພາບຊຸດໂຊມທີ່ແກ່ຍາວພ້ອມກັບບັນດາບັ້ນໂລກລະບາດຄັ້ງໃໝ່ໃນອະນາຄົດ. 
OECD ເລ່ງລັດປະ​ຕິ​ບັດແຜນ​ການ Marshall ໃໝ່ - ảnh 1 ທ່ານ Angel Gurria ເລຂາທິການໃຫຍ່ອົງການຮ່ວມມື ແລະ ພັດທະນາເສດຖະກິດ (ພາບ: Wikimedia)

ທ່ານ Angel Gurria ເລຂາທິການໃຫຍ່ອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD) ເນັ້ນໜັກວ່າ “ສະພາບການຊຸດໂຊມເສດຖະກິດໃນທົ່ວໂລກມີຄວາມສ່ຽງເກີດຂຶ້ນແຕ່ 6 ເດືອນທຳອິດຂອງ ປີ 2020 ແລະ ຖ້າຫາກວ່າບໍ່ມີການກະທຳໃດໆນັບແຕ່ປັດຈຸບັນ, ພວກເຮົາຈະບໍ່ສາມາດຫຼີກລ້ຽງກໍລະນີອັນຮ້າຍແຮງນີ້”. ໃນຖະແຫຼງການທີ່ໄດ້ວາງອອກໃນທ້າຍອາທິດທີ່ຜ່ານມາ, ທ່ານຢັ້ງຢືນວ່າ “ພຽງແຕ່ຄວາມມານະພະຍາຍາມຂອງທົ່ວໂລກ, ຄວາມໄວ້ເນື້ອເຊື່ອໃຈເທົ່ານັ້ນ ຈຶ່ງຈະສາມາດຊ່ວຍໃຫ້ໂລກຮັບມືກັບສະພາບການໃນປັດຈຸບັນ, ມຸ່ງໄປສູ່ວິທີການແກ້ໄຂບາດກ້າວຮອງຮັບໃຫ້ແກ່ການຊຸດໂຊມເສດຖະກິດ ແລະ ເປີດຊ່ອງທາງໃຫ້ແກ່ການຟື້ນຟູ”.

ຕອບກັບ

ຂ່າວ/ບົດ​ອື່ນ