RCEP ຮ່ວມສຳພັນທ່າແຮງຂອງບັນດາພື້ນຖານເສດຖະກິດອາຊີເໜືອແລະອາຊີຕາເວັນອອກສ່ຽງໃຕ້

(VOVWORLD) -ວົງການນັກຊ່ຽວຊານໃຫ້ຂໍ້ສັງເກດວ່າ, ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ໄດ້ຮັບລົງນາມໃນວັນທີ 15 ພະຈິກ ຜ່ານມາຈະນຳມາເຊິ່ງຜົນປະໂຫຍດທາງດ້ານເສດຖະກິດໃຫ້ບັນດາປະເທດສະມາຊິກ

RCEP ຮ່ວມສຳພັນທ່າແຮງຂອງບັນດາພື້ນຖານເສດຖະກິດອາຊີເໜືອແລະອາຊີຕາເວັນອອກສ່ຽງໃຕ້ - ảnh 1ສັນຍາ RCEP ຈະນຳມາເຊິ່ງຜົນປະໂຫຍດທາງດ້ານເສດຖະກິດໃຫ້ບັນດາປະເທດສະມາຊິກ

(ພາບ: nhandan)

ວົງການນັກຊ່ຽວຊານໃຫ້ຂໍ້ສັງເກດວ່າ, ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ເຊິ່ງ 15 ປະເທດຢູ່ອາຊີ - ປາຊີຟິກ ລົງນາມໃນວັນທີ 15 ພະຈິກ ຜ່ານມາ ຈະນຳມາເຊິ່ງຜົນປະໂຫຍດທາງດ້ານເສດຖະກິດໃຫ້ບັນດາປະເທດສະມາຊິກ, ພ້ອມທັງຊ່ວຍເພີ່ມທະວີການເຊື່ອມໂຍງຂອງພາກພື້ນ. ບົດລາຍງານໂດຍນັກຊ່ຽວຊານ Peter A.Petri ສັງກັດສະຖາບັນ Brookings ແລະ ທ່ານສາດສະດາຈານເສດຖະກິດສາກົນ Michael Plummer ຂຶ້ນກັບມະຫາວິທະຍາໄລ Johns Hopkins, ອາເມລິກາ, ພ້ອມກັນປະຕິບັດ. ຕາມນັກຊ່ຽວຊານ 2 ທ່ານດັ່ງກ່າວແລ້ວ, ຄາດຄະເນວ່າ ສັນຍາ RCEP ພ້ອມກັບສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ທີ່ໄດ້ລົງນາມເມື່ອປີ 2018 ຈະຊຸກຍູ້ບັນດາພື້ນຖານເສດຖະກິດຢູ່ອາຊີເໜືອ ແລະ ອາຊີຕາເວັນອອກສ່ຽງໃຕ້ ເຄື່ອນໄຫວຢ່າງມີປະສິດທິຜົນກວ່າ ດ້ວຍການຮ່ວມສຳພັນທາງດ້ານທ່າແຮງຂອງບັນດາພື້ນຖານເສດຖະກິດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ