SEAGame28:ເອກອັກຄະລັດຖະທູດຫວຽດນາມປະຈຳສິງກະໂປລະດົມກຳລັງໃຈບັນດານັກບານເຕະU23

SEAGame28:ເອກອັກຄະລັດຖະທູດຫວຽດນາມປະຈຳສິງກະໂປລະດົມກຳລັງໃຈບັນດານັກບານເຕະU23 - ảnh 1
ທ່ານ​ເອກ​ອັກຄະ​ລັດຖະທູ​ດ ຫງວຽນ​ຕ໋ຽນມິ​ງ
ພົບ​ປະບັນດາ​ນັກ​ບານ​ເຕະ​ U23 ຫວຽດນາມ
(ພາບ: dantri.com.vn)

(vovworld) – ​ ​ຕອນ​ບ່າຍ​ວັນ​ທີ 27/5, ທ່ານ​ເອກ​ອັກຄະ​ລັດຖະທູ​ດ ຫງວຽນ​ຕ໋ຽນມິ​ງ ພ້ອມ​ກັບ​ບາງ​ພະນັກງານ​ສະຖານ​ທູດ ຫວຽດນາມ ປະຈຳ ສິງກະ​ໂປ ​ໄດ້​ມີໜ້າ​ຢູ່​​ເດີ່ນກິລາ​ຂອງ​ທິມບານ​ເຕະ​ຫວຽດນາມ ​ໃນ​ບໍລິ​ເວນ​ໂຮງຮຽນ Nanyang Polytechnic, ​ເພື່ອ​ຢ້ຽມຢາມ ​ແລະ ລະດົມ​ກຳລັງ​ໃຈ​ບັນດາ​ນັກ​ບານ​ເຕະ​ U23. ທ່ານ​ເອກ​ອັກຄະ​ລັດຖະທູ​ດ ຫງວຽນ​ຕ໋ຽນມິ​ງ​ ໄດ້​ແລກປ່ຽນ​ກັບ​ທ່ານຫົວໜ້າທິມບານ​ເຕະ ​ເຢືອງຫວູ​ເລີມ ​ເພື່ອ​ເຂົ້າ​ໃຈ​​ເຕື່ມກ່ຽວ​ກັບສະພາບ​ກິນ​ຢູ່ ​ແລະ ຝືກ​ແອບ​ຂອງ​ທິມບານ​ເຕະ. ທ່ານ​ເອກ​ອັກຄະ​ລັດຖະທູດ​ກໍ່​ຢ້ຽມຢາມ​ຖາມ​ຂ່າວຄູ່​ຜູ້​ຝຶກ​​ Toshiya Miura, ພົບ​ປະ​​ນັກ​ບານ​ເຕະ​​ແຕ່ລະຄົນເພື່ອ​ລະດົມ​ກຳລັງ​​​ໃຈ​ແນ​ໃສ່ກະກຽມ​ໃຫ້ການ​ແຂ່ງ​ຂັນຈະ​ມາ​ເຖິງ​ດີທີ່​ສຸດ.
ຂ່າວ/ບົດ​ອື່ນ