ພາບປະກອບ
|
(vovworld) - ບໍລິສັດການບິນ Vietjet ຫາກໍ່ຕ້ອນຮັບໃບຢັ້ງຢືນເປັນສະມາຊິກຂອງສະຫະສະມາຄົມຂົນສົ່ງການບິນສາກົນ (IATA), ນີ້ເປັນການຢັ້ງຢືນທີ່ຕັ້ງບົດບາດຂອງບໍລິສັດການບິນລຸ້ນໃໝ່ ສຳລັບປະຊາຄົມການບິນພາຍໃນປະເທດ ແລະ ສາກົນ. ທ່ານນາງ ຫງວຽນທິເຟືອງຖາວ, ຜູ້ອຳນວຍການໃຫຍ່ບໍລິສັດການບິນ Vietjet, ໃຫ້ຮູ້ວ່າ: ການເຂົ້າຮ່ວມ IATA ມີຄວາມໝາຍວ່າ: Vietjet ໄດ້ເຊື່ອມໂຍງຢ່າງຮອບດ້ານກັບປະຊາຄົມການບິນສາກົນຢ່າງເປັນທາງການ, Vietjet ສາມາດຮ່ວມສຳພັນກັບທຸກໆບໍລິສັດການບິນໃນໂລກ. ໃນເດືອນ 3 Vietjet ຈະເລີ່ມລົງມືກໍ່ສ້າງສະຖາບັນການບິນ Vietjet ຢູ່ນະຄອນໂຮ່ຈີມິນ.