WBເອົາໃຈໃສ່ເຖິງບັນດາໂຄງການຊີວິດການເປັນຢູ່ຂອງປະຊາຊົນຢູ່ດ້ຽນບຽນ

WBເອົາໃຈໃສ່ເຖິງບັນດາໂຄງການຊີວິດການເປັນຢູ່ຂອງປະຊາຊົນຢູ່ດ້ຽນບຽນ - ảnh 1
ສ່ວນໜຶ່ງຂອງແຂວງ ດ້ຽນບຽນ
(ພາບປະກອບ)

(vovworld) – ວັນ​ທີ 22/3, ທີ່​ການ​ເຮັດ​ວຽກ​ລະຫວ່າງ​ການ​ນຳ​ແຂວງ ດ້ຽນບຽນ ກັບ​ລັດຖະມົນຕີ​ກະຊວງຊັບພະຍາກອນ ​ແລະ ສິ່​ງ​ແວດ​ລ້ອມ ຫວຽດນາມ ຫງວຽນ​ມິ​ງກວາງ, ທະນາຄານ​ໂລກ WB ປະຈຳ ຫວຽດນາມ, ການ​ນຳ​ແຂວງ ດ້ຽນບຽນ ​ໄດ້​ເນັ້ນ​ໜັກ​ວ່າ: ວຽກ​ງານ​ຄຸ້ມ​ຄອງ​ລັດ ​ກ່ຽວ​ກັບຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ​ໃນ​ບໍລິ​ເວນ​ແຂວງ ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່, ຊີ້​ນຳ​ຢ່າງ​ຕັ້ງໜ້າ​ຈາກ​ການ​ນຳ​ແຂວງ ດ້ຽນບຽນ ຜ່ານ​ການຈັດ​ຕັ້ງ​ລາຍການ​ເຄື່ອນ​ໄຫວ​ປະຕິບັດ, ລະອຽດ​ໃນ​ຂົງ​ເຂດ​ຕ່າງໆ​ຄື: ທີ່​ດິນ, ວັດ​ແທກ​ແຜນ​ທີ່, ຊັບພະຍາກອນ​ນ້ຳ​.​.​. ການ​ນຳ​ແຂວງ ດ້ຽນບຽນ ກໍ່​ຢືນຢັນ​ວ່າ: ​ໃນ​​​ໄລຍະ​ຜ່ານ​ມາ, ​ໂດຍ​ໄດ້​ຮັບຄວາມ​ເອົາ​ໃຈ​ໃສ່​ຢ່າງ​ຕັ້ງໜ້າ​ຈາກ​ບັນດາ​ແຫຼ່ງລົງທຶນ, ​ແຫຼ່ງ​ທຶນກູ້​ຢືມ​ຂອງ WB, ​ແຂວງ ດ້ຽນບຽນ​ໄດ້​ຜັນ​ຂະຫຍາຍ​ການປະຕິບັດ​ບັນດາ​ໂຄງການ​ປັງ​ປຸງ, ຍົກ​ລະດັບ​ລະບົບ​ພື້ນຖານ​ໂຄງ​ລ່າງ​ຄົມ​ມະ​ນາ​ຄົມ, ​ຕາ​ລ່າງ​ໄຟຟ້າ​​ເຂດ​ຊົນນະບົດ​ໃນ​ບໍລິ​ເວນ​ແຂວງ, ລະອຽດ​ຄື: ​ໂຄງການ​ພະລັງງາ​ນຊົນນະບົດ, ​ໂຄງການ​ກໍ່ສ້າງ​ທາງ​ຄົມມະນາຄົມ​ຊົນນະບົດ, ​ໂຄງການ​ຫລຸດຜ່ອນ​ຄວາມທຸກ​ຍາກ, ​ໂຄງການ​ຍົກ​ລະດັບ​ນະຄອນ ດ້ຽນບຽນ​ຝູ ຂຶ້ນ​ກັບ “​ໂຄງການ​ຕົວ​ເມືອງ​ເຂດ​ພູ​ດອຍ​ທາງ​ພາກ​ເໜືອ”.​​.. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ນາງ Victoria Kwakwa, ຜູ້ອຳນວຍການ​ທະນາຄານ​ໂລກ​ປະຈຳ ຫວຽດນາມ ​ໃຫ້​ຮູ້​ວ່າ: WB ຈະ​ເອົາ​ໃຈ​ໃສ່​ເຖິງ​ບັນ​ດາ​ຂໍ້​ສະ​ເໜີ​ຂອງ​ແຂວງ ດ້ຽນບຽນ, ພິຈາລະນາ​ເພື່ອ​ເພີ່ມ​ເຕີມ​ແຫຼ່ງ​ເງິນ​ລົງທຶນ​ໃຫ້​ບັນດາ​ໂຄງການ​ພວມ​ຜັນ​ຂະຫຍາຍ, ສືບ​ຕໍ່​ເອົາ​ໃຈ​ໃສ່​​ເຖິງເລື່ອງ​ຍົກ​ສູງ​ນະ​ໂຍບາຍ​ຫລຸດ​ຜ່ອນ​ຄວາມທຸກ​ຍາກ, ​ໂຄງການ​ພະລັງງານ​ເຂດ​ຊົນນະບົດ, ບັນ​ຫາ​ສິ່ງ​ແວດ​ລ້ອມ ​ແລະ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ໃນ​ບໍລິ​ເວນ​ແຂວງ.

ຂ່າວ/ບົດ​ອື່ນ