WHO ຖະ​ແຫຼງ​ໂລກພະ​ຍາດ Covid – 19 ແມ່ນ​ໂລກ​ລະ​ບາດ​ທົ່ວ​ໂລກ

(VOVWORLD) -ວັນທີ 11 ມີນາ, ທ່ານ Tedros Adhanom Ghebreyesus  ຜູ້ອຳນວຍການອົງການອະນາໄມໂລກ (WHO) ໃຫ້ຮູ້ວ່າ ອົງການນີ້ຖື ການແຜ່ລະບາດຂອງ ໂລກພະຍາດອັກເສບປອດ Covid – 19 ທີ່ເກີດຈາກເຊື້ອໄວຣັດ corona ສາຍພັນໃໝ່ (SARS – CoV - 2) ແມ່ນໂລກລະບາດທົ່ວໂລກ.
WHO ຖະ​ແຫຼງ​ໂລກພະ​ຍາດ Covid – 19 ແມ່ນ​ໂລກ​ລະ​ບາດ​ທົ່ວ​ໂລກ - ảnh 1 ທ່ານ Tedros Adhanom Ghebreyesus  ຜູ້ອຳນວຍການອົງການອະນາໄມໂລກ (WTO) (ພາບ: Reuters)

ກ່າວຄຳເຫັນທີ່ການຖະແຫຼງຂ່າວ, ທ່ານGhebreyesus  ໃຫ້ຮູ້ວ່າ WHO ຖືໂລກລະບາດດັ່ງກ່າວຢູ່ໃນລະບົບຮັບມືຢ່າງຄົບຖ້ວນນັບແຕ່ເວລາໄດ້ຮັບການປະກາດກ່ຽວກັບບັນດາກໍລະນີຕິດເຊື້ອ Covid – 19 ຄົນທຳອິດ. ທ່ານ Ghebreyesus ກໍ່ເນັ້ນໜັກວ່າ ກ່ຽວກັບການຜັນແປໃນປັດຈຸບັນປຽບເໝືອນວ່າ ໂລກລະບາດບໍ່ອາດຈະເຮັດໃຫ້ການຕີລາຄາຂອງ WHO ກ່ຽວກັບໄພນາບຂູ່ຈາກໄວຣັດ SARS – CoV – 2 ມີການປ່ຽນແປງ, ແລະສິ່ງນີ້ບໍ່ໄດ້ເຮັດໃຫ້ປ່ຽນແປງບັນດາສິ່ງ ທີ່ WHO ພວມເຮັດ ແລະ ສິ່ງທີ່ບັນດາປະເທດຕ້ອງເຮັດ. ທ່ານ ສະເໜີໃຫ້ບັນດາປະເທດຕ້ອງຍົກອອກບັນດາມາດຕະການຫຼຸດຜ່ອນ ແລະ ສະກັດກັ້ນ, ແຕ່ວ່າ ມາດຕະການສະກັດກັ້ນຕ້ອງແມ່ນມາດຕະການ “ຫຼັກແຫຼ່ງ”.

ຕອບກັບ

ຂ່າວ/ບົດ​ອື່ນ