WHO ​ຫວັງວ່າ​ໂລກ​ລະ​ບາດ Covid – 19 ອາດ​ຈະສິ້ນ​ສຸດ​ລົງ​ໃນ 2 ປີ​ຈະ​ມາ​ເຖິງ

(VOVWORLD) -ຕາມທ່ານ Tedros Adhanom Ghebreyesus ແລ້ວ, ໂລກລະບາດໄຂ້ຫວັດ ແອັດສະປາຍທີ່ແຜ່ລະບາດ ໃນປີ 1918ນັ້ນ ກໍ່ຍັງສິ້ນສຸດລົງພາຍຫຼັງ 2 ປີ.
WHO ​ຫວັງວ່າ​ໂລກ​ລະ​ບາດ Covid – 19 ອາດ​ຈະສິ້ນ​ສຸດ​ລົງ​ໃນ 2 ປີ​ຈະ​ມາ​ເຖິງ - ảnh 1ພາບປະກອບ: TTXVN 

ໃນວັນທີ 21 ສິງຫາ, ທ່ານ Tedros Adhanom Ghebreyesus ຜູ້ອຳນວຍການໃຫຍ່ ອົງການອະນາໄມໂລກ ໃຫ້ຮູ້ວ່າ WHO ຫວັງວ່າວິກິດການໂລກລະບາດ Covid - 19 ອາດຈະສິ້ນສຸດລົງໃນຮອບເວລາບໍ່ຮອດ 2 ປີຈະມາເຖິງ. ຕາມທ່ານ Tedros Adhanom Ghebreyesus ແລ້ວ, ໂລກລະບາດໄຂ້ຫວັດ ແອັດສະປາຍທີ່ແຜ່ລະບາດ ໃນປີ 1918ນັ້ນ ກໍ່ຍັງສິ້ນສຸດລົງພາຍຫຼັງ 2 ປີ.

ຕາມເວັບໄຊ worldometers.info ແລ້ວ, ໄລ່ຮອດເວລາ 2 ໂມງເຊົ້າ ຂອງວັນທີ 22 ສິງຫາ (ຕາມເວລາ ສາກົນ), ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດ Covid – 19 ຫຼາຍກ່ວາ 23 ລ້ານຄົນ, ໃນນັ້ນມີ ຜູ້ເສຍຊີວິດ 802.000 ຄົນ. ອາເມລິກາ, ບຣາຊິນສືບຕໍ່ແມ່ນຈຸດຮ້ອນເຮັ່ງຂອງໂລກລະບາດ ໃນໂລກ. ຕໍ່ໜ້າການຜັນແປຢ່າງສັບສົນຂອງໂລກລະບາດ, ຫຼາຍປະເທດຄື: ແອັດສະປາຍ, ຝລັ່ງ, ເຢຍລະມັນ, ອັງກິດ, ອິນເດຍ… ໄດ້ຄຸມເຂັ້ມບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19ຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ