ກົງຈັກລັດຖະກອນຕ້ອງຮັບໃຊ້ປະຊາຊົນ,ວິສາຫະກິດ

ກົງຈັກລັດຖະກອນຕ້ອງຮັບໃຊ້ປະຊາຊົນ,ວິສາຫະກິດ - ảnh 1
(ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸ​ກ)

(vovworld) - ​ຕອ​ນ​ເຊົ້າ​ວັ​ນ​ທີ 25/04, ຢູ່​ຮ່າ​ໂນ້ຍ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸ​ກ ໄດ້​ເປັນ​ປະ​ທານວ​າ​ລະ​ປະ​ຊຸມ​ຄັ້ງ​ທຳ​ອິດ​ຂອງ​ຄະ​ນະ​ປະ​ຈຳ​ລັດ​ຖະ​ບານ, ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ມາດ​ຕະ​ການ​ແກ້​ໄຂ​ບັນ​ດາ​ຂໍ້​ຕິດ​ຂັດ​ຂອງ​ກົດ​ໝ​າຍ​ວ່າ​ດ້ວຍ​ວິ​ສາ​ຫະ​ກິດ, ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ, ພາຍ​ຫຼັງ​​​ທີ່ 2 ກົດ​ໝາຍ​ດັ່ງ​ກ່າວ​ມີ​ຜົນ​ບັງ​ຄັບ​ໃຊ້​ໃນເວ​ລາ 10 ເດືອນ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ຮ​ຽກ​ຮ້ອງ​​ຕ້ອງ​ແກ້​ໄຂ​ບັນ​ດາ​ຂໍ້​ຕິດ​ຂັດ​ເພື່ອ​ສ້າງ​ເງື່ອນ​ໄຂສະ​ດວກ​ໃຫ້​ວິ​ສາ​ຫະ​ກິດ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວ​ນ​ຟຸກ ຮຽກ​ຮ້ອງ​ໃຫ້​ເພີ່ມ​ທະ​ວີ​ບົດ​ບາດ​ຂອງ​ໜ່ວຍ​ປະ​ຕິ​ບັດ​ງານ​ຕິດ​ຕາມກວດ​ກາ​ການ​ປະ​ຕິ​ບັດກົດ​ໝາຍ 2 ສະ​ບັບ​ດັ່ງ​ກ່າວ ເພື່ອກວດ​ກາ, ຄົ້​ນ​ພົບ​ບັນ​ດາ​ຂໍ້​ຕິດ​ຂັດ​ ແລະ ແກ້​ໄຂ​ຢ່າງ​​ວ່ອງ​ໄວ. ຄຽງ​ຂ້າງນັ້ນ, ກົງ​ຈັກ​ລັດ​ຖະ​ກອນ​ຕ້ອງ​ຮັບ​ໃຊ້​ປະ​ຊາ​ຊົນ, ຮັບ​ໃຊ້​ວິ​ສາ​ຫະ​ກິດ, ຕ້ອງ​ປະ​ຕິ​ບັດ​ບັນ​ດາ​ຂໍ້​ກຳ​ນົດ​ຂອງ​ກົດ​ໝາຍ​ຢ່າງ​ເຂັ້ມ​ງວດ ເພື່ອ​ນຳ​​ກົດ​ໝາຍ​ດັ່ງ​ກ່າວເຂົ້າ​​ສູ່ຊີວ​ິດ​ຕົວ​ຈິງ.

        “ຕ້ອງ​ປະ​ຕິ​ຮູບ, ປ່ຽນ​ໃໝ່, ສ້າງ​ທຸກ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ການ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ, ​ປົດ​ປ່ອຍ​ກຳ​ລັງ​ຜະ​ລິດ, ສະ​ໜັບ​ສະ​ໜູນ​ການ​ປົກ​ປ້ອງ​ສິດ​ດຳ​ເນີນ​ທຸ​ລະ​ກິດ, ​ເປີດ​ເຜີຍ​ບັນ​ດາ​ເງື່ອນ​ໄຂ​ດຳ​ເນີນ​ທຸ​ລະ​ກິດ​ໃຫ້​ແກ່​ວິ​ສາ​ຫະ​ກິດ. ​ຄຽງ​ຂ້າງນັ້ນ, ບໍ່​​ລະ​ເມີດ​ກົດ​ໝາຍ ແລະ ບໍ່​ປະ​ກ​າດ​​ໃຊ້​ໜັງ​ສືອະ​ນຸ​ຍາດ​​ເພີ່ມ​​ເຕີມ, ພິ​ເສດ​ແມ່ນ​ເມື່ອ​ປະ​ຕິ​ບັດ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ. ຄຽງ​ຂ້າງນັ້ນ, ກໍ່ຮຽກ​ຮ້ອງ​ໃຫ້​ບັນ​ດາ​ກະ​ຊວງ, ໃນ​ວິ​ວັດ​​ແຫ່ງການ​ປະ​ຕິ​ບັດກົດ​ໝາຍ 2 ສະ​ບັບ​ດັ່ງ​ກ່າວ ຕ້ອງ​ຕິດ​ພັນ​ກັບ​ການ​ປະ​ຕິ​ບັດ​ມະ​ຕິ​ທີ 19, ນັ້ນ​ແມ່ນ​ສ້າງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິ​ດ​​ດີ​ທີ່​ສຸດໃຫ້​ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ​”.

ຂ່າວ/ບົດ​ອື່ນ