ກຸ່ມ Houthi ຢູ່ ເຢ​ເມນ ຍອມ​ຮັບໄດ້​ບຸກ​ໂຈມ​ຕີ​ບັ​ນ​ດາ​ຮາກ​ຖານ​ຂອງ ອາ​ຣັບ​ບິ ຊາ​ອຸ​ດິ

(VOVWORLD) - ເຢເມນໄດ້ຕົກເຂົ້າສູ່ສົງຄາມພາຍໃນປະເທດນັບແຕ່ເວລາພວກກະບົດ Houthi ບຸກໂຈມຕີຢຶດຄອງ ນະຄອນຫຼວງ Sanaa ເມື່ອທ້າຍປີ 2014 ແລະ ເຮັດໃຫ້ລັດຖະບານຂອງທ່ານປະທານາທິບໍດີ  Mansour Hadi ຕ້ອງພັດຖິ່ນ.
ກຸ່ມ Houthi ຢູ່ ເຢ​ເມນ ຍອມ​ຮັບໄດ້​ບຸກ​ໂຈມ​ຕີ​ບັ​ນ​ດາ​ຮາກ​ຖານ​ຂອງ ອາ​ຣັບ​ບິ ຊາ​ອຸ​ດິ - ảnh 1ບັນດາມືປຶນ Houthi (ພາບ: AFP/TTXVN) 

ວັນທີ 29 ມີນາ ໂຄສົກຂອງກຳລັງກະບົດ Houthi ຢູ່ ເຢເມນ ໄດ້ຍອມຮັບວ່າ ກຳລັງນີ້ຍິງລູກຈະຫຼວດ ແລະ ນຳໃຊ້ເຮືອບິນບໍ່ມີຄົນຂັບບຸກໂຈມຕີບັນດາສະຖານທີ່ ສຳຄັນ ຢູ່ນະຄອນຫຼວງ Riyadh ກໍ່ຄືບັນດາຈຸດທີ່ຕັ້ງເສດຖະກິດ ແລະ ການທະຫານຢູ່ເຂດ Jazan ແລະ Asir ຂອງ ອາຣັບບິ ຊາອຸດິ, ໃກ້ກັບເຂດຊາຍແດນຂອງ ເຢເມນ. ການກະທຳປີນຂັ້ນໄດນີ້ໄປຝຶນກັບຖະແຫຼງການກ່ອນໜ້ານັ້ນ ຂອງ ກຸ່ມ Houthi ທີ່ຊົມເຊີຍຄຳສັ່ງຍຸດຍິງສະບັບໜຶ່ງ.

ກຸ່ມ Houthi ຢູ່ ເຢ​ເມນ ຍອມ​ຮັບໄດ້​ບຸກ​ໂຈມ​ຕີ​ບັ​ນ​ດາ​ຮາກ​ຖານ​ຂອງ ອາ​ຣັບ​ບິ ຊາ​ອຸ​ດິ - ảnh 2

ຕອບກັບ

ຂ່າວ/ບົດ​ອື່ນ