(vovworld) – ວັນທີ 3/2, ກ່າວຄຳເຫັນຢູ່ນອກກອງປະຊຸມຄວາມໝັ້ນຄົງສາກົນ Munich ຄັ້ງທີ 49 ເຊິ່ງຈັດຕັ້ງຢູ່ເຢຍລະມັນ, ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Ali Akbar Salehi ໃຫ້ຮູ້ວ່າ: ກຸ່ມ P5 + 1 (ເຊິ່ງລວມມີ 5 ປະເທດປະຈຳສະພາຄວາມໝັ້ນຄົງສະຫະປະຊາຊາດ ແລະ ເຢຍລະມັນ) ຈະຈັດຕັ້ງຮອບເຈລະຈາຄັ້ງໃໝ່ ກັບອີຣານ ກ່ຽວກັບໂຄງການນິວເຄຼຍຂອງປະເທດນີ້ຢູ່ Kazakhstan ໃນວັນທີ 25/2 ຈະມາເຖິງ. ແຕ່ເຖິງຢ່າງໃດກໍ່ຕາມ, ເຈົ້າໜ້າທີ່ຜູ້ນີ້ ພັດບໍ່ເວົ້າແຈ້ງວ່າ ອີຣານ ຈະເຫັນດີເຂົ້າຮ່ວມກອງປະຊຸມນີ້ ຫຼື ບໍ່. ໃນຂະນະນັ້ນ, ກໍ່ຢູ່ນອກກອງປະຊຸມຄວາມໝັ້ນຄົງສາກົນ Munich, ທ່ານຮອງປະທານາທິບໍດີ ອາເມລິກາ Joe Biden ໄດ້ສະເໜີຈັດຕັ້ງການເຈລະຈາ 2 ຝ່າຍລະຫວ່າງ ອາເມລິກາ ແລະ ອີຣານ ກ່ຽວກັບບັນຫານິວເຄຼຍ.