ທ່ານ ຫງວຽນດັກຖັ໋ງ, ຮອງປະທານບໍລິຫານສະຫະພັນ ສະຫະກອນ ຫວຽດນາມ
(ພາບ: thoibaokinhdoanh.vn)
|
(vovworld) – ການໂອ້ລົມສົນທະນາ “ກໍ່ສ້າງບັນດາສະຫະກອນແບບໃໝ່ໃນກະສິກຳຄືແນວໃດໃນໄລຍະ 2015 – 2016 ແລະ 2017 - 2020”, ຖືກຈັດຕັ້ງໃນຕອນເຊົ້າວັນທີ 11/4, ຢູ່ຮ່າໂນ້ຍ.
ບັນດາຄຳເຫັນທີ່ການໂອ້ລົມສົນທະນາ ໄດ້ຊີ້ແຈ້ງທິດສະດີ ແລະ ພຶດຕິກຳ ກ່ຽວກັບຮູບແບບສະຫະກອນແບບໃໝ່, ບັນດາບົດຮຽນໃນການສ້າງຕັ້ງ ແລະ ພັດທະນາສະຫະກອນແບບໃໝ່, ສ້າງແຜນຮ່າງ ແລະ ວິວັດການກໍ່ສ້າງສະຫະກອນແບບໃໝ່ໃນໄລຍະ 2015 – 2020… ຕາມທ່ານ ເວືອງດິ່ງເຫ້ວ, ຫົວໜ້າຄະນະເສດຖະກິດສູນກາງແລ້ວ, ເພື່ອພັດທະນາ, ຍົກສູງປະສິດທິຜົນບັນດາສະຫະກອນ, ຕ້ອງປ່ຽນໃໝ່ຄວາມຮູ້ກ່ຽວກັບທີ່ຕັ້ງ, ບົດບາດ ແລະ ຄວາມສຳຄັນຂອງເສດຖະກິດລວມໝູ່, ສະຫະກອນໃນພື້ນຖານເສດຖະກິດການຕະຫຼາດຕາມການກຳນົດທິດສັງຄົມນິຍົມ:
“ທຳອິດຕ້ອງແກ້ໄຂບັນດາຄວາມຮູ້, ປ່ຽນໃຫມ່ກ່ຽວກັບຈີນຕະນາການ. ຕ້ອງຮັບຮູ້ບົດບາດ, ຄວາມສຳຄັນ, ຄວາມສາມາດບົ່ມຊ້ອນຂອງເສດຖະກິດລວມໝູ່ເວົ້າລວມ, ຄວາມຮັບຮູ້ກ່ຽວກັບຄວາມແຕກຕ່າງກັນຂອງສະຫະກອນແບບໃໝ່ ແລະ ແບບເກົ່າ, ຄວາມຮັບຮູ້ຂອງຄະນະພັກ, ອຳນາດການປົກຄອງ, ບົດບາດຄວາມຮັບຜິດຊອບຂອງພັກ, ອຳນາດການປົກຄອງທຸກຂັ້ນສຳລັບການເຜີຍແຜ່, ຊາບຊຶມການປະຕິບັດກົດໝາຍວ່າດ້ວຍສະຫະກອນ ແລະ ຫັນບັນດານະໂຍບາຍປະຈຸບັນສຳລັບເສດຖະກິດຮ່ວມມື ແລະ ສະຫະກອນໃຫ້ປະກົດຜົນເປັນຈິງ.”