ກອງປະຊຸມ ADSOM+: ຫວຽດນາມ ເນັ້ນໜັກເຖິງຄວາມໝັ້ນຄົງ, ຄວາມປອດໄພໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ

(VOVWORLD) -ຍາມໃດ ຫວຽດນາມ ກໍ່ຢຶດໝັ້ນຕໍ່ແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ, ຫັນການພົວພັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ
ກອງປະຊຸມ ADSOM+: ຫວຽດນາມ ເນັ້ນໜັກເຖິງຄວາມໝັ້ນຄົງ, ຄວາມປອດໄພໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ - ảnh 1ກອງປະຊຸມເຈົ້າໜ້າທີ່ຂັ້ນສູງປ້ອງກັນຊາດບັນດາປະເທດ ອາຊຽນ ເປີດກວ້າງ
(ພາບ: TTXVN)

ກອງປະຊຸມເຈົ້າໜ້າທີ່ຂັ້ນສູງປ້ອງກັນຊາດບັນດາປະເທດ ອາຊຽນ ເປີດກວ້າງ (ADSOM+) ໄດ້ດຳເນີນໃນຕອນເຊົ້າວັນທີ 18 ພຶດສະພາ, ຢູ່ນະຄອນຫຼວງ ພະນົມເປັນ, ປະເທດ ກຳປູເຈຍ, ດ້ວຍການເຂົ້າຮ່ວມຂອງຫົວໜ້າຄະນະ ADSOM ບັນດາປະເທດ ອາຊຽນ ແລະ ບັນດາປະເທດຄູ່ຮ່ວມມື (ລັດເຊຍ, ຈີນ, ອາເມລິກາ, ຍີ່ປຸ່ນ, ສ.ເກົາຫຼີ, ອົດສະຕາລີ, ນິວຊີແລນ, ອິນເດຍ). ທ່ານພົນໂທ ຮ່ວາງຊວນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດ ຫວຽດນາມ ເຂົ້າຮ່ວມກອງປະຊຸມ.

        ໃນບົດກ່າວປາໄສທີ່ກອງປະຊຸມ, ທ່ານພົນໂທ ຮ່ວາງຊວນຈຽນ ໃຫ້ຂໍ້ສັງເກດວ່າ, ຍາມໃດ ຫວຽດນາມ ກໍ່ຢຶດໝັ້ນຕໍ່ແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ, ຫັນການພົວພັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ; ພ້ອມທັງສະແດງຄວາມປາດຖະໜາວ່າ ບັນດາປະເທດຈະແກ້ໄຂການຂັດແຍ້ງກັນ, ຄວາມບໍ່ລົງລອຍກັນໂດຍສັນຕິວິທີ, ບົນພື້ນຖານເຄົາລົບກົດໝາຍສາກົນ ແລະ ກົດບັດສະຫະປະຊາຊາດ ກໍຄືບັນດາຫຼັກການພື້ນຖານຂອງ ອາຊຽນ.

        ເມື່ອເນັ້ນໜັກເຖິງບັນຫາຄວາມໝັ້ນຄົງ, ຄວາມປອດໄພໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ ແມ່ນບັນຫາສຳຄັນສຳລັບບັນດາປະເທດໃນພາກພື້ນ ແລະ ປະຊາຄົມອາຊຽນ, ທ່ານພົນໂທ ຮ່ວາງຊວນຈຽນ ຊີ້ແຈ້ງວ່າ, ການປະຕິບັດຕາມ ຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ແລະ ສົ່ງເສີມການເຊັນກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ຢ່າງແທດຈິງ ແລະ ມີປະສິດທິຜົນແມ່ນບັນຫາຈຳເປັນໃນປະຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ