ກອງປະຊຸມ ອາຊຽນ ກ່ຽວກັບການ ປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດເປັນເອກະພາບຈຸດໝາຍ, ການກະທຳລວມ

ກອງປະຊຸມ ອາຊຽນ ກ່ຽວກັບການ ປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດເປັນເອກະພາບຈຸດໝາຍ, ການກະທຳລວມ - ảnh 1
ການປະຊຸມຂ່າວພາຍຫຼັງກອງປະຊຸມ SOMTC 13
(ພາບ: QĐND)

 (vovworld) – ​​ແຕ່​ວັນ​ທີ 18 – 21/6/2013, ກອງ​ປະຊຸມ​ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ ອາ​ຊຽນ ຕ້ານ​ອາດຊະຍາ​ກຳ​ຂ້າມ​ຊາດ (SOMTC) ຄັ້ງ​ທີ 13 ຖືກ​ຈັດ​ຂຶ້ນ​ຢູ່​ນະຄອນ ດ່າ​ໜັງ. SOMTC 13 ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ 10 ປະ​ເທດ​ສະມາຊິກ ອາ​ຊຽນ, ຄະນະ​ເລຂາ ອາ​ຊຽນ, ບັນດາ​ປະ​ເທດ​ຄູ່​​ເຈລະຈາ​ເຊິ່ງລວມມີ: ຈີນ, ຍີ່ປຸ່ນ, ສ ​ເກົາຫຼີ, ລັດ​ເຊຍ, ອົດ​ສະ​ຕາ​ລີ, ນິວຢີ​ແລນ, ສະຫະພາບ​ເອີ​ລົບ, ອາ​ເມ​ລິ​ກາ, ບັນດາ​ອົງການ​ສາກົນ UNODC ​ແລະ ARTP, ກອງປະຊຸມໄດ້ສຸມ​ໃສ່​ເນື້ອ​ໃນ​ຕ້ານ​ກໍ່​ການ​ຮ້າຍ, ການ​ຄ້າ​ມະນູ​ດ. ນອກຈາກ​ບັນດາ​ກອງ​ປະຊຸມ​ຮ່ວມ, ກອງ​ປະຊຸມຫົວໜ້າ​ຄະນະຜູ້ແທນ​ບັນດາ​ປະ​ເທດ ອາ​ຊຽນ ຈະ​ປຶກສາ​ຫາລື​ບັນດາ​ບົດຮຽນ, ມາດ​ຕະການ​ຕ້ານ​ອາດຊະຍາ​ກຳ​ຢູ່​ແຕ່ລະ​ປະ​ເທດ​ສະມາຊິກ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມື ອາ​ຊຽນ ຕ້ານ​ອາດຊະຍາ​ກຳ​ຂ້າມ​ຊາ​ດ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ປະ​ເທດອາ​ຊຽນ ​ໃນ​ການຕໍ່ສູ້​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ​ຂ້າມຊາດ. ​ໃນ​ໄລຍະ​ເວລາ​ດຳ​ເນີນ​ກອງ​ປະຊຸມ, ຍັງ​ດຳ​ເນີນ​ບັນດາ​ການ​ທາບທາມ​ຄວາມ​ເຫັນ, ກອງ​ປະຊຸມ​ກັບບັນດາປະເທດຄູ່ເຈລະຈາເພື່ອແນໃສ່ເພີ່ມທະວີຄວາມຕັດສິນໃຈດ້ານການເມືອງ, ຮ່ວມມືໃນອາຊຽນ ແລ ບນດາປະເທດຄູ່ເຈລະຈາ​​ໃນ​ການ​ຕໍ່​ສູ້​ຕ້ານ​ອາດຊະຍາ​ກຳ​ຂ້າມ​ຊາດ, ກຳນົດ​ບັນດາ​ມາດ​ຕະການ​ລະອຽດ​ເພື່ອ​ແນ​ໃສ່​ປະຕິບັດ​ບັນດາ​ຖະ​ແຫຼ​ງການ​ຮ່ວມ​ ອາ​ຊຽນ ​ແລະ ບັນດາ​ປະ​ເທດ​ຄູ່​ເຈລະຈາ​ໃນ​ການ​ຕໍ່ສູ້​ຕ້ານ​ອາດຊະຍາ​ກຳ​ຂ້າມ​ຊາ​ດ.

ຂ່າວ/ບົດ​ອື່ນ