ກອງ​ປະ​ຊຸມ​ກຸ່ມ​ເຮັດ​ວຽກ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​​ຊາດ​ອະ​ວຸ​ໂສ​ອາ​ຊຽນ​ເປີດ​ກ້​ວາງ

(VOVWORLD) - ທ່ານພັນເອກ ຟ້າມແມັງທັງ, ຮອງຫົວໜ້າກົມການພົວພັນກັບຕ່າງປະເທດ (ກະຊວງປ້ອງກັນປະເທດຫວຽດນາມ) ເຂົ້າຮ່ວມກອງປະຊຸມ.
ກອງ​ປະ​ຊຸມ​ກຸ່ມ​ເຮັດ​ວຽກ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​​ຊາດ​ອະ​ວຸ​ໂສ​ອາ​ຊຽນ​ເປີດ​ກ້​ວາງ - ảnh 1(ພາບ:TTXVN)

   ກອງປະຊຸມກຸ່ມເຮັດວຽກເຈົ້າໜ້າທີ່ປ້ອງກັນຊາດອະວຸໂສອາຊຽນເປີດກ້ວາງ (ADSOM+ WG) ໂດຍທ່ານ Haji Adi Ihram bin DP Hai Mahmud, ຮອງເລຂາຜູ້ປະຈຳກະຊວງປ້ອງກັນປະເທດ Brunei, ຫົວໜ້າກຸ່ມເຮັດວຽກ ADSOM+ Brunei, ເປັນປະທານ ຈັດຂຶ້ນໃນຕອນເຊົ້າວັນທີ 11 ມິຖຸນາ ຕາມຮູບການທາງອອນລາຍ. ເຂົ້າຮ່ວມກອງປະຊຸມມີທ່ານຫົວໜ້າກຸ່ມເຮັດວຽກ ADSOM+ ຂອງ 18 ປະເທດສະມາຊິກ ADMM+, ຜູ້ຕາງໜ້າຄະນະເລຂາອາຊຽນ. ທ່ານພັນເອກ ຟ້າມແມັງທັງ, ຮອງຫົວໜ້າກົມການພົວພັນກັບຕ່າງປະເທດ (ກະຊວງປ້ອງກັນປະເທດຫວຽດນາມ) ເຂົ້າຮ່ວມກອງປະຊຸມ. ນີ້ແມ່ນກອງປະຊຸມ ADSOM+ WG ຄັ້ງທີ 3 ໂດຍ Brunei ເປັນປະທານ ໃນປີປະທານອາຊຽນ 2021. ກອງປະຊຸມຄັ້ງນີ້ ເພື່ອແນໃສ່ກວດກາຄືນເປັນຄັ້ງສຸດທ້າຍ ວຽກງານກະກຽມໃນທຸກດ້ານ, ທັງດ້ານໂຄງການດຳເນີນງານ ແລະ ເນື້ອໃນໃຫ້ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ບັນດາປະເທດອາຊຽນ ເປີດກ້ວາງ(ADMM+)  ຄັ້ງທີ 8. ບົນພື້ນຖານນັ້ນ, ກອງປະຊຸມໄດ້ສຸມໃສ່ປຶກສາຫາລື ແລະ ເຫັນດີເປັນເອກະສັນ ກ່ຽວກັບຮ່າງຖະແຫຼງການຮ່ວມ, ໂຄງການດຳເນີນງານ, ລາຍການເຮັດວຽກຂອງກອງປະຊຸມ ADMM+ ຄັ້ງທີ 8

ຕອບກັບ

ຂ່າວ/ບົດ​ອື່ນ