ກອງປະຊຸມຂ່າວກ່ຽວກັບກອງປະຊຸມ ການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ - ລາວ

ກອງປະຊຸມຂ່າວກ່ຽວກັບກອງປະຊຸມ ການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ - ລາວ - ảnh 1

( vovworld ) –   ​ກອງ​ປະຊຸມ​ກາ​ນພົວພັນ​ຮ່ວມ​ມື​ລະຫວ່າງ​ສະພາ​ແຫ່ງ​ຊາດ​ຫວຽດນາມ - ລາວ ຈະ​ຖືກ​ໄຂ​ຂຶ້ນ​ແຕ່​ວັນ​ທີ 22 – 26/4 ຢູ່​ແຂວງ Son La. ທີ່​ການ​ປະຊຸມ​ຂ່າວ​ເມື່ອ​ຕອນ​ບ່າຍ​ວັນ​ທີ 20/4 ຢູ່​ຮ່າ​ໂນ້ຍ, ຜູ້​ຕາງ​ໜ້າຄະນະ​ກຳມາທິການ​ການ​ຕ່າງປະ​ເທດສະພາ​ແຫ່ງ​ຊາດ​ໄດ້​ຢືນຢັນ​ວ່າ: ນີ້​ແມ່ນ​ກອງ​ປະຊຸມ​ທີ່​ສຳຄັນ ​ແລະ ມີ​ຄວາມ​ໝາຍ, ​ແມ່ນ​ຈຸດ​ພົ້ນ​ເດັ່ນຂອງ​ປີ​ແຫ່ງ​ສາມັກຄີ​ມິດຕະພາບ​ຫວຽດນາມ - ລາວ 2012, ສະ​ເ​ຫຼີມສະຫຼອງ 50 ປີ ​ແຫ່ງ​ການ​ສ້າງສາ​ຍພົວພັນ​ດ້ານ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດ ​ແລະ 35 ປີ ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ນມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ. ກອງ​ປະຊຸມ​ຄັ້ງ​ນີ້​ບໍ່ພຽງ​ແຕ່​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ອົງການ​ນິຕິບັນຍັດ​ຂອງ​ສອງ​ປະ​ເທດ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ກາລະ​ໂອກາດ​ເພື່ອ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ຢ່າງຮອບດ້ານ​ລະຫວ່າງ​ຫວຽດນາມ - ລາວ,​ອີກ​ດ້ວຍ, ​ເຊິ່ງລວມມີ​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ອົງການ, ຂະ​ແໜງ​ການ​ລະຫວ່າງ​ບັນ​ດາ​ແຂວງ​ທີ່​ມີ​ເສັ້ນ​ຊາຍ​ແດນ​ຮ່ວມ. ​ໃນ​ການ​ປະຊຸມ​ຂ່າວ​ເມື່ອ​ຕອນ​ບ່າຍ​ວັທີ 20/4 ນີ້, ທ່ານ Tran Van Hang, ຫົວ​ໜ້າ​ກຳມາ​ທິການ​ການ​ຕ່າງປະ​ເທດສະພາ​ແຫ່ງ​ຊາດ, ຫົວ​ໜ້າ​ຄະນະ​ຈັດ​ຕັ້ງ​ກອງ​ປະຊຸມ​ໃຫ້​ຮູ້​ວ່າ, ສາຍ​ພົວພັນ​ຮ່ວມ​ມື​ຫວຽດນາມ - ລາວ ​ແມ່ນ​ສາຍ​ພົວພັນ​ແບບ​ພິ​ເສດ, ຍາກ​ທີ່​ຈະ​ຫາ​ໄດ້​ໃນ​ໂລກ​ນີ້. ທ່ານ Tran Van Hang ກ່າວ​ວ່າ.

“ ນີ້​ແມ່ນ​ກອງ​ປະຊຸມ​ທີ່​​ສຳຄັນ​ ​ແລະ ມີ​ຄວາມ​ໝາຍພິ​ເສດ, ​ແມ່ນ​ຈຸດ​ພົ້ນ​ເດັ່ນ​ໃຫ້​ປີ​​ແຫ່ງ​ມິດຕະພາບ​ລະຫວ່າງ​ຫວຽດນາມ - ລາວ. ກອງ​ປະຊຸມ​​ໄດ້​ຮັບ​ການຊີ້​ນຳ​ໂດຍ​ກົງ​ຈາກ​ຜູ້​ປະຈຳການ​ຄະນະ​ເລຂາສູນ​ກາງ, ກົມ​ການ​ເມືອງ​ ເພື່ອ​​ໃຫ້ສອງ​ຝ່າຍ​ຈັດ​ຕັ້ງ​​ໃຫ້ສຳ​ເລັດ. ກອງ​ປະຊຸມ​ຖືກ​ຈັດ​ຂຶ້ນ​ຢູ່​ແຂວງ Son La, ​ແມ່ນ​ທ້ອງ​ຖິ່ນ​ທີ່​ມີ​ເສັ້ນ​ຊາຍ​ແດນ​ຕິດ​ກັບ​ລາວ ​ແຕ່​ພ້ອມ​ກັນ​ນັ້ນກໍ່​ແມ່ນ​​​ແຫ່ງເຊິ່ງທ່ານ ​ໄກສອນ ພົມວິຫານ ​ແລະ ບັນດາ​ສະຫາຍ​ການ​ນຳ​ຂອງພັກ, ລັດລາວ ​ເຄື່ອນ​ໄຫວ ​ແລະ ສ້າງ​ຕັ້ງພັກ​ປະຊາຊົນ​ປະຕິວັດ​ລາວ ”
ຂ່າວ/ບົດ​ອື່ນ