ກອ​ງ​ປະ​ຊຸມ​ຄັ້ງ​ທີ 27, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ: ກະ​ກຽມຫຼາຍ​ເນື້ອ​ໃນ​ສຳ​ຄັນ​ໃຫ້​ແກ່ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ຄັ້ງ​ທີ 6

(VOVWORLD) - ກອງປະຊຸມສະໄໝສາມັນເທື່ອທີ 6 ຈະໄຂຂຶ້ນໃນວັນທີ 23 ຕຸລາ ແລະ ຄາດວ່າຈະອັດລົງໃນຕອນເຊົ້າວັນທີ 29 ພະຈິກ. 
ກອ​ງ​ປະ​ຊຸມ​ຄັ້ງ​ທີ 27, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ: ກະ​ກຽມຫຼາຍ​ເນື້ອ​ໃນ​ສຳ​ຄັນ​ໃຫ້​ແກ່ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ຄັ້ງ​ທີ 6 - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: quochoi.vn)

ໂດຍສືບຕໍ່ລາຍການກອງປະຊຸມຄັ້ງທີ 27, ຕອນເຊົ້າວັນທີ 17 ຕຸລາ, ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນກ່ຽວກັບການກະກຽມຈັດກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດຫວຽດນາມ ຊຸດທີ XV. ຕາມນັ້ນແລ້ວ, ກອງປະຊຸມສະໄໝສາມັນເທື່ອທີ 6 ຈະໄຂຂຶ້ນໃນວັນທີ 23 ຕຸລາ ແລະ ຄາດວ່າຈະອັດລົງໃນຕອນເຊົ້າວັນທີ 29 ພະຈິກ. ຄາດວ່າ, ສະພາແຫ່ງຊາດຈະພິຈາລະນາ, ຮັບຮອງເອົາຮ່າງກົດໝາຍ 9 ສະບັບ, ມະຕິ 2 ສະບັບ, ປະກອບຄຳເຫັນຄັ້ງທຳອິດໃສ່ຮ່າງກົດໝາຍ 8 ສະບັບ; ພິຈາລະນາບັນດາບັນຫາເສດຖະກິດ - ສັງຄົມ, ງົບປະມານແຫ່ງລັດ; ດຳເນີນການຕິດຕາມກວດກາສູງສຸດ; ຊັກຖາມ ແລະ ຕອບຄຳຊັກຖາມ. ພິເສດ, ສະພາແຫ່ງຊາດຈະດຳເນີນການປ່ອນບັດໄວ້ວາງໃຈສຳລັບຜູ້ດຳລົງຕຳແໜ່ງຕ່າງໆ ໂດຍສະພາແຫ່ງຊາດເລືອກຕັ້ງ ຫຼື ໃຫ້ສັດຕະຍາບັນ; ຕົກລົງບາງບັນຫາສຳຄັນອື່ນ.

        ກໍໃນຕອນເຊົ້າຂອງວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດ ກໍຕົກລົງເຫັນດີເພີ່ມເຕີມເງິນຈຳນວນ 2.500 ຕື້ດົ່ງ (ກວ່າ 100 ລ້ານ USD) ເຂົ້າໃນແຜນລາຍຈ່າຍປະຈຳຂອງງົບປະມານແຫ່ງລັດປີນີ້ ໃຫ້ແກ່ບັນດາກະຊວງ, ອົງການສູນກາງ, ທ້ອງຖິ່ນຕ່າງໆ.

ຕອບກັບ

ຂ່າວ/ບົດ​ອື່ນ