ກອງປະຊຸມຄັ້ງທີ 27 ຄະນະປະຈຳສະພາແຫ່ງຊາດ: ສຳເລັດບັນດາຄາດໝາຍປີ 2023 ຢ່າງເດັດຂາດ

(VOVWORLD) - ໂດຍປະກອບຄຳເຫັນທີ່ກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຕັກເຕືອນວ່າ ໃນໄລຍະຈະມາເຖິງ, ຈິດໃຈແມ່ນຕ້ອງສູ້ຊົນປະຕິບັດບັນດາໜ້າທີ່, ຄາດໝາຍຂອງປີ 2023 ໃຫ້ສຳເລັດໃນລະດັບສູງສຸດຢ່າງເດັດຂາດ
ກອງປະຊຸມຄັ້ງທີ 27 ຄະນະປະຈຳສະພາແຫ່ງຊາດ: ສຳເລັດບັນດາຄາດໝາຍປີ 2023 ຢ່າງເດັດຂາດ - ảnh 1ກອງປະຊຸມຂອງຄະນະປະຈຳສະພາແຫ່ງຊາດ

ເມື່ອປະກອບຄຳເຫັນກ່ຽວກັບບັນດາເນື້ອໃນກ່ຽວຂ້ອງເຖິງເສດຖະກິດ - ສັງຄົມ ຢູ່ກອງປະຊຸມຄັ້ງທີ 27 ຄະນະປະຈຳສະພາແຫ່ງຊາດ, ຕອນເຊົ້າວັນທີ 16 ຕຸລາ, ຢູ່ຮ່າໂນ້ຍ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ຕີລາຄາ, ໃນສະພາບການໂລກ ແລະ ພາຍໃນປະເທດພວມປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ພາຍໃຕ້ການນຳພາຂອງພັກ, ສະພາແຫ່ງຊາດ, ລັດຖະບານ ໄດ້ມີບັນດານະໂຍບາຍທັນການຊ່ວຍສະພາບເສດຖະກິດ - ສັງຄົມສືບຕໍ່ທ່າອ່ຽງຟື້ນຟູຕັ້ງໜ້າ. ຕາມນັ້ນແລ້ວ, ເສດຖະກິດມະຫາພາກເປັນປົກກະຕິໂດຍພື້ນຖານ, ໄພເງິນເຟີ້ຢ່າງໄດ້ຄວບຄຸມ, ບັນດາຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດໄດ້ຮັບປະກັນໂດຍພື້ນຖານ. ການເຄື່ອນໄຫວພົວພັນຕ່າງປະເທດໄດ້ຮັບການຍູ້ແຮງ, ອິດທິພົນຊື່ສຽງ ແລະ ທີ່ຕັ້ງສາກົນໄດ້ຍົກສູງຂຶ້ນ.

        ໂດຍປະກອບຄຳເຫັນທີ່ກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຕັກເຕືອນວ່າ ໃນໄລຍະຈະມາເຖິງ, ຈິດໃຈແມ່ນຕ້ອງສູ້ຊົນປະຕິບັດບັນດາໜ້າທີ່, ຄາດໝາຍຂອງປີ 2023 ໃຫ້ສຳເລັດໃນລະດັບສູງສຸດຢ່າງເດັດຂາດ, ສ້າງສຳເລັດແຜນການປີ 2024 ຢ່າງຮອບດ້ານ, ປະກອບສ່ວນປະຕິບັດສຳເລັດໜ້າທີ່ຂອງທັງອາຍຸການ.

ຕອບກັບ

ຂ່າວ/ບົດ​ອື່ນ