ກອງປະຊຸມຄັ້ງທີ 59 ສະມັດຊາໃຫຍ່ສະຫະສະມາຄົມກະຈາຍສຽງ ໂທລະພາບ ອາຊີ - ປາຊີຟິກ

(VOVWORLD) - ດ້ວຍຫົວຂໍ້ “ຮັບໃຊ້ມະນຸດ: ບົດບາດຂອງການສື່ສານໃນຍຸກສະໄໝວິກິດການ”, ກອງປະຊຸມຄັ້ງນີ້ມີການເຂົ້າຮ່ວມຂອງຜູ້ແທນ 400 ທ່ານທີ່ມາຈາກບັນດາວິທະຍຸ ໂທລະພາບຢູ່ພາຍໃນ....
ກອງປະຊຸມຄັ້ງທີ 59 ສະມັດຊາໃຫຍ່ສະຫະສະມາຄົມກະຈາຍສຽງ ໂທລະພາບ ອາຊີ - ປາຊີຟິກ - ảnh 1ເວທີປາໄຂໃນຂອບເຂດກອງປະຊຸມກອງປະຊຸມຄັ້ງທີ 59
(ພາບ:ABU)

ຕອນເຊົ້າວັນທີ 29 ພະຈິກ, ຢູ່ນະຄອນຫຼວງ ນິວເດລີ, ປະເທດ ອິນເດຍ, ໄດ້ໄຂກອງປະຊຸມຄັ້ງທີ 59 ສະມັດຊາໃຫຍ່ ສະມາຄົມກະຈາຍສຽງ ໂທລະພາບ ອາຊີ - ປາຊີຟິກ (ABU). ດ້ວຍຫົວຂໍ້ “ຮັບໃຊ້ມະນຸດ: ບົດບາດຂອງການສື່ສານໃນຍຸກສະໄໝວິກິດການ”, ກອງປະຊຸມຄັ້ງນີ້ມີການເຂົ້າຮ່ວມຂອງຜູ້ແທນ 400 ທ່ານທີ່ມາຈາກບັນດາວິທະຍຸ ໂທລະພາບຢູ່ພາຍໃນ ແລະ ນອກພາກພື້ນ ແລະ ກໍ່ແມ່ນກອງປະຊຸມທີ່ ABU ຈັດຂຶ້ນແບບເຊິ່ງໜ້າຄັ້ງທຳອິດນັບແຕ່ປີ 2019.

        ທີ່ກອງປະຊຸມຄັ້ງນີ້, ໄດ້ຈັດກອງປະຊຸມສຳມະນາຫົວເລື່ອງສະເພາະຫຼາຍຄັ້ງຂອງບັນດາກຸ່ມເຮັດວຽກຂອງ ABU ຄື: ກິລາ, ຍຸດທະສາດ ແລະ ແຜນການ, ກຸ່ມບັນດາສະຖານີວິທະຍຸ, ຄະນະຫົວເລື່ອງສະເພາະກ່ຽວກັບເນື້ອໃນ ແລະ ເຕັກນິກ… ໄປຄຽງຄູ່ກັບບັນດາບັນຫາຫົວເລື່ອງສະເພາະ, ບັນດາກອງປະຊຸມປຶກສາຫາລືໄດ້ສຸມໃສ່ເຮັດແຈ້ງເລື່ອງຄວາມເຂົ້າໃຈຕໍ່ທ່າທີຂອງມະຫາຊົນໃນໄລຍະວິກິດການ ແລະ ຄວາມຈຳເປັນຂອງການສື່ສານໃນການນຳພາການກະທຳຕ້ານການປ່ຽນແປງຂອງດິນຟ້າອາກາດ.

        ປີນີ້, ວິທະຍຸກະຈາຍສຽງ ຫວຽດນາມ ເຂົ້າຮ່ວມການສອບເສັງລາງວັນ ABU ດ້ວຍ 9 ຜົນງານໃນຂົງເຂດ ກະຈາຍສຽງ, ໂທລະພາບ ແລະ ການສື່ສານເອເລັກໂຕນິກ. ໃນນັ້ນ, ມີ 3 ຜົນງານຍາດໄດ້ລາງວັນ ABU 2022.

ຕອບກັບ

ຂ່າວ/ບົດ​ອື່ນ