ກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ປະ​ສານ​ງານ​ເຊື່ອ​ມ​ຕໍ່​ ອາ​ຊຽນ ກັບ​ບັນ​ດາ​ຄູ່​ຮ່ວມ​ມື​, ຄູ່​ເຈ​ລະ​ຈາ

(VOVWORLD) -ວັນທີ 26 ສິງຫາ ໄດ້ດຳເນີນກອງປະຊຸມປຶກສາຫາລືຂອງຄະນະກຳມະການປະສານງານເຊື່ອມຕໍ່ ອາຊຽນ (ACCC) ກັບບັນດາຄູ່ຮ່ວມມື, ຄູ່ເຈລະຈາ ແລະ ບັນດາຄູ່ຮ່ວມມືຶອື່ນໆ ຜ່ານທາງອອນລາຍ. ທ່ານເອກອັກຄະລັດຖະທູດ ເຈິ່ນດຶກບິ່ງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ອາຊຽນ, ໄດ້ເປັນປະທານກອງປະຊຸມໃນບົດບາດເປັນປະທານ ຄະນະກຳມະການປະສານງານເຊື່ອມຕໍ່ ອາຊຽນ.
ກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ປະ​ສານ​ງານ​ເຊື່ອ​ມ​ຕໍ່​ ອາ​ຊຽນ ກັບ​ບັນ​ດາ​ຄູ່​ຮ່ວມ​ມື​, ຄູ່​ເຈ​ລະ​ຈາ - ảnh 1ກອງປະຊຸມຄະນະກຳມະການປະສານງານເຊື່ອມຕໍ່ ອາຊຽນ ກັບບັນດາຄູ່ຮ່ວມມື, ຄູ່ເຈລະຈາ  ຜ່ານທາງອອນລາຍ (ພາບ: ຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ອາຊຽນ)

        ທີ່ກອງປະຊຸມ, ເອກອັກຄະລັດຖະທູດຫົວໜ້າຄະນະຜູ້ຕາງໜ້າບັນດາປະເທດຄູ່ຮ່ວມມືຂອງ ອາຊຽນ (ອາເມລິກາ, ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ອົດສະຕາລີ, ເຢຍລະມັນ, ການາດາ, ນິວຊີແລນ, ນອກແວ...) ໄດ້ຕີລາຄາສູງຕໍ່ຄວາມມານະພະຍາຍາມຂອງ ອາຊຽນ ໃນໄລຍະຜ່ານມາໃນການຊຸກຍູ້ການເຊື່ອມຕໍ່ພາຍໃນກຸ່ມ ກໍຄື ການເຊື່ອມຕໍ່ລະຫວ່າງ ອາຊຽນ ກັບ ພາກພື້ນ, ຢັ້ງຢືນການສືບຕໍ່ໜູນຊ່ວຍ ອາຊຽນ ຜັນຂະຫຍາຍບັນດາໂຄງການໃນຂອບເຂດໂຄງການ ເຊື່ອມຕໍ່ ອາຊຽນ (MPAC) 2025 ເວົ້າລວມ... ເພື່ອແນໃສ່ເພີ່ມທະວີຄວາມສະໜິດຕິດພັນໃນການກໍ່ສ້າງປະຊາຄົມ ອາຊຽນ ແລະ ຄວາມສະໜິດຕິດພັນລະຫວ່າງ ອາຊຽນ ກັບ ບັນດາຄູ່ຮ່ວມມື, ໜູນຊ່ວຍການຟື້ນຟູ ແລະ ພັດທະນາເສດຖະກິດຂອງພາກພື້ນ. ບັນດາປະເທດກໍປຶກສາຫາລືກ່ຽວກັບບັນດາມາດຕະການເພື່ອຊຸກຍູ້ໂຄງການ MPAC 2025 ໃນສະພາບການໂລກລະບາດໂຄວິດ - 19, ຢັ້ງຢືນບັນດາຂົງເຂດຍຸດທະສາດຂອງ ໂຄງການ MPAC 2025 ແມ່ນແທດເໝາະທີ່ສຸດກັບ ແຜນການຟື້ນຟູຂອງ ອາຊຽນ ຫຼັງ ໂຄວິດ - 19.

 ເຮືອງຈ່າ - ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ປະຈຳ ອິນເດຍ.

ຕອບກັບ

ຂ່າວ/ບົດ​ອື່ນ