ກອງປະຊຸມຖະແຫຼງຂ່າວກ່ຽວກັບໝາກຜົນຂອງການເຈລະຈາຂັ້ນສູງລະຫວ່າງຫວຽດນາມ ແລະ ລາວ

(VOVWORLD) -ຕອນເຊົ້າວັນທີ 8/1, ພາຍຫຼັງພິທີຕ້ອນຮັບ ແລະ ການພົບປະເຈລະຈາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈີ້ງ ແລະ ທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ ໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວກ່ຽວກັບໝາກຜົນການເຈລະຈາ.
ກອງປະຊຸມຖະແຫຼງຂ່າວກ່ຽວກັບໝາກຜົນຂອງການເຈລະຈາຂັ້ນສູງລະຫວ່າງຫວຽດນາມ ແລະ ລາວ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈີ້ງ ແລະ ທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ ໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວກ່ຽວກັບໝາກຜົນການເຈລະຈາ

ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວຮ່ວມ, ນາຍົກລັດຖະມົນຕີທັງສອງໃຫ້ຮູ້ວ່າ:  ສອງຝ່າຍໄດ້ມີການເຈລະຈາຢ່າງເປີດກວ້າງ ແລະ ບັນລຸໄດ້ບັນດາໝາກຜົນສຳຄັນ. 2 ຝ່າຍໄດ້ເຫັນດີສືບຕໍ່ປະຕິບັດຖະແຫຼງການຮ່ວມຢ່າງມີປະສິດທິຜົນເນື່ອງໃນໂອກາດການຢ້ຽມຢາມມິດຕະພາບຫວຽດນາມຂອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ໃນເດືອນມິຖຸນາ 2021 ແລະ ໝາກຜົນແຫ່ງການຢ້ຽມຢາມລາວຢ່າງເປັນທາງການຂອງທ່ານປະທານປະເທດ ຫງວຽນຊວນຟຸກ ເມື່ອເດືອນສິງຫາ 2021. ທ່ານນາຍົກລັດຖະມົນຕີ ຫວຽດນາມ ແລະ ນາຍົກລັດຖະມົນຕີລາວ ເຫັນດີເປັນເອກະພາບວ່າ 2 ປະເທດຄວນຊ່ວຍເຊິ່ງກັນ ແລະ ກັນ ກໍ່ສ້າງພື້ນຖານເສດຖະກິດເປັນເອກະລາດ, ເປັນເຈົ້າຕົນເອງ, ໜູນຊ່ວຍເຊິ່ງກັນ ແລະ ກັນ, ຍາດແຍ່ງເອົາແຫຼ່ງກຳລັງຈາກພາຍນອກ; ຮັກສາຄວາມສາມັກຄີໃນອາຊຽນ, ສະຫນັບສະຫນູນກໍາປູເຈຍໃນບົດບາດເປັນປະທານອາຊຽນ. ສອງປະເທດຍູ້ແຮງການເຊື່ອມຕໍ່ພື້ນຖານໂຄງລ່າງທາງບົກ, ທາງລົດໄຟ ແລະ ທາງທະເລ. 2 ຝ່າຍໄດ້ເຫັນດີເປັນເອກະສັນຈະສົມທົບກັນຢ່າງແໜ້ນແຟ້ນ ເພື່ອແນໃສ່ເສີມສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດ.

ກອງປະຊຸມຖະແຫຼງຂ່າວກ່ຽວກັບໝາກຜົນຂອງການເຈລະຈາຂັ້ນສູງລະຫວ່າງຫວຽດນາມ ແລະ ລາວ - ảnh 2ພິທີເປີດປີສາມັກຄີມິດຕະພາບຫວຽດນາມ - ລາວ; ລາວ-ຫວຽດນາມ 2022
 ຕອນເຊົ້າວັນທີ 8 ມັງກອນນີ້,  ນາຍົກລັດຖະມົນຕີທັງສອງ ໄດ້ກົດປຸ່ມເປີດປີສາມັກຄີມິດຕະພາບຫວຽດນາມ - ລາວ; ລາວ-ຫວຽດນາມ 2022. ພາຍຫຼັງການເຈລະຈາ, ທ່ານນາຍົກລັດຖະມົນຕີ 2 ທ່ານໄດ້ເປັນສັກຂີພິຍານພິທີລົງນາມ ແລະ ແລກປ່ຽນເອກະສານຮ່ວມມື 8 ສະບັບ ໃນຂົງເຂດປ້ອງກັນຄວາມສະຫງົບ, ຊາຍແດນ, ເສດຖະກິດ, ທະນາຄານ, ການສຶກສາ, ສາທາລະນະສຸກ, ພະລັງງານໄຟຟ້າ.
ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ