ກອງປະຊຸມນະໂຍບາຍປ້ອງກັນຄວາມສະຫງົບເວທີປາໄສພາກພື້ນອາຊຽນຄັ້ງທີ 10

ກອງປະຊຸມນະໂຍບາຍປ້ອງກັນຄວາມສະຫງົບເວທີປາໄສພາກພື້ນອາຊຽນຄັ້ງທີ 10 - ảnh 1
(ພາບປະກອບ)
(vovworld) -  ວັນ​ທີ 23/05, ກອງ​ປະຊຸມ​ນະ​ໂຍບາຍປ້ອງ​ກັນ​ຄວາມ​ສະຫງົບ (ASPC) ​ເຊິ່ງນອນ​ໃນ​ຂອບ​ເຂດ​ເວ​ທີ​ໄປ​ໄສ​ພາກ​ພື້ນ​ອາ​ຊຽນ (ARF) ຄັ້ງ​ທີ 10 ​​ໄດ້ດຳ​ເນີນຢູ່​ນະຄອນຫຼວງ Bandar Seri Begawan, ປະ​ເທດ ບຣຸ​ໄນ. ກອງ​ປະຊຸມ​ໄດ້​ຮັບ​ຮູ້​ຄວາມ​ຄືບ​ໜ້າ​​ໃນ​ການ​ຮ່ວມ​ມືດ້ານ​ການ​ທະຫານ ​ແລ​ະ ປ້ອງ​ກັນຊາ​ດລະຫວ່າງ​ບັນດາ​ສະມາຊິກ ARF, ​ແລກ​ປ່ຽນທັດສະນະທີ່​ມີ​ລັກສະນະ​ສ້າງສັນ ​ແລະ ຕັ້ງໜ້າ​ກ່ຽວ​ກັບ​ສະພາບ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ສາກົນ ​ແລະ ພາກ​ພື້ນ, ບັນດາ​ຄວາມ​ວິຕົກ​ກັງ​ວົນ​ກ່ຽວ​ກັບ​ຄວາມ​ປອດ​ໄພອາດ​ຊະ​ຍາ​ກຳ​ຂ້າມ​ຊາດ. ບັນດາ​ຄາດໝາຍ​ຕົ້ນ​ຕໍ່​ຂອງ ASPC ລວມມີ​ການ​ເພີ່ມ​ທະວີ​ການ​ສົມທົບ​ບັນດາ​ມາດ​ຕະການ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃນ​ຂົງ​ເຂດ​ປ້ອງ​ກັນຊາ​ດ​ໃນ​ຂອບ​ເຂດ ARF ກວ່າ​ອີກ ​ແລະ ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນຊາ​ດ​ໃນ ARF; ​ເປີດ​ຊ່ອງ​ເຈລະຈາ ​ແລະ ​ແລກປ່ຽນ​ລະຫວ່າງ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນຊາ​ດ, ການ​ຕ່າງ​ປະ​ເທດ ​ແລະ ນັກຮຽນ​ຮູ້​ດ້ານການ​ທະຫານ, ​ເພື່ອ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ​ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລ​ະ ກັນ​ລະ​ຫວ່າງ​ບັນດາ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນຊາດ.
ຂ່າວ/ບົດ​ອື່ນ