ກອງປະຊຸມປຶກສາຫາລືດ້ານການເມືອງລະຫວ່າງ ຫວຽດນາມ-ລາວ ຄັ້ງທີ 5

(VOVWORLD) -ສອງຝ່າຍໄດ້ຕີລາຄາສູງການຮ່ວມມືລະຫວ່າງສອງປະເທດໃນວຽກງານປ້ອງກັນສະກັດກັ້ນໂລກລະບາດໂຄວິດ-19, ກໍ່ຄືໃນການຜັນຂະຫຍາຍບັນດາການເຄື່ອນໄຫວການຮ່ວມມືໃນບັນດາຂົງເຂດຫຼັກແຫຼ່ງ

ກອງປະຊຸມປຶກສາຫາລືດ້ານການເມືອງລະຫວ່າງ ຫວຽດນາມ-ລາວ ຄັ້ງທີ 5 - ảnh 1 ທ່ານ ຫງວຽນກວັກຢູງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ  ພ້ອມກັບບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ ອອນລາຍ ຢູ່ ຮ່າໂນ້ຍ

ພາບ:TTXVN

ຕອນບ່າຍວັນທີ 29 ຕຸລາ, ທ່ານ ຫງວຽນກວັກຢູງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ແລະ ທ່ານ ທອງສະຫວັນ ພົມວິຫານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ລາວ, ເປັນປະທານຮ່ວມ ກອງປະຊຸມປຶກສາຫາລືດ້ານການເມືອງຄັ້ງທີ 5 ລະຫວ່າງກະຊວງການຕ່າງປະເທດສອງປະເທດ ຫວຽດນາມ ແລະ ລາວ ຕາມຮູບແບບຜ່ານທາງອອນລາຍ.

ສອງຝ່າຍໄດ້ຕີລາຄາສູງການຮ່ວມມືລະຫວ່າງສອງປະເທດໃນວຽກງານປ້ອງກັນສະກັດກັ້ນໂລກລະບາດໂຄວິດ-19, ກໍ່ຄືໃນການຜັນຂະຫຍາຍບັນດາການເຄື່ອນໄຫວການຮ່ວມມືໃນບັນດາຂົງເຂດຫຼັກແຫຼ່ງຄື ການເມືອງ, ການ ປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ເສດຖະກິດ, ການລົງທຶນ, ວັດທະນະທຳ, ການໂຄສະນາ ແລະ ການສຶກສາບຳລຸງສ້າງ. ສອງຝ່າຍເຫັນດີໃນສະພາບການທັງ ຫວຽດນາມ ແລະ ລາວ ລ້ວນແຕ່ຄວບຄຸມເຊື້ອພະຍາດໂດຍພື້ນຖານແລ້ວ, ຄວນສ້າງເງື່ອນໄຂສະດວກກ່ວາອີກໃຫ້ແກ່ການໄປມາຂອງປະຊາຊົນ ແລະ ການຈະລາຈອນສິນຄ້າລະຫວ່າງສອງປະເທດ, ຕາມນັ້ນແລ້ວ ຄວນເຫັນດີແຜນການເປີດ ບັນດາດ່ານຊາຍແດນທາງບົກຄືນໃໝ່ ແລະ ເຊື່ອມຕໍ່ບັນດາຖ້ຽວບິນການຄ້າໂດຍໄວຕາມເນື້ອໃນຈິດໃຈການຊີ້ນຳຂອງການນຳຂັ້ນສູງຂອງສອງປະເທດ.

ສອງຝ່າຍກໍ່ໄດ້ປຶກສາຫາລືກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ສອງຝ່າຍເຫັນດີສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນຊື່ງກັນແລະກັນ ຢູ່ບັນດາເວທີປາໄສພາກພື້ນ, ສາກົນ, ເປັນຕົ້ນແມ່ນໃນຂອບເຂດ ອາຊຽນ ແລະ ບັນດາກົນໄກຮ່ວມມືອະນຸພາກພື້ນ.

ສອງຝ່າຍເຫັນດີເປັນເອກະສັນວ່າ ຈະຈັດຕັ້ງກອງປະຊຸມປຶກສາຫາລືດ້ານການເມືອງຄັ້ງ ຕໍ່ໄປຢູ່ ລາວ ໃນປີ 2021.

ຕອບກັບ

ຂ່າວ/ບົດ​ອື່ນ