ກອງປະ​ຊຸ​ມພົບ​ປະ​ສົນ​ທະ​ນາລະ​ຫວ່າງສະ​ພາ​ທີ່​ປຶກ​ສາ​ການ​ປະ​ຕິ​ຮູບຂອງທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວ​ຽ​ດ​ນາມກັບສະ​ມາ​ຄົມວິ​ສາ​ຫະ​ກິດເອີ​ລົບຢູ່ ຫ​ວຽດ​ນາມ

(VOVWORLD) -ກອງປະຊຸມພົບປະສົນທະນາລະຫວ່າງສະພາທີ່ປຶກສາການປະຕິຮູບຂອງທ່ານນາຍົກລັດຖະມົນຕີຫວຽດນາມກັບສະມາຄົມວິສາຫະກິດເອີລົບຢູ່ ຫວຽດນາມໄດ້ດຳເນີນໃນຕອນບ່າຍວັນທີ 12 ທັນວາທີ່ ນະຄອນຫຼວງຮ່າໂນ້ຍ. ໂດຍການເປັນປະທານຂອງທ່ານມາຍຕ໊ຽນຢຸ໊ງຫົວໜ້າຫ້ອງວ່າການລັດຖະບານ, ປະທານສະພາທີ່ປຶກສາການປະຕິຮູບ.
ກອງປະ​ຊຸ​ມພົບ​ປະ​ສົນ​ທະ​ນາລະ​ຫວ່າງສະ​ພາ​ທີ່​ປຶກ​ສາ​ການ​ປະ​ຕິ​ຮູບຂອງທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວ​ຽ​ດ​ນາມກັບສະ​ມາ​ຄົມວິ​ສາ​ຫະ​ກິດເອີ​ລົບຢູ່ ຫ​ວຽດ​ນາມ - ảnh 1 ກອງປະຊຸມພົບປະສົນທະນາລະຫວ່າງສະພາທີ່ປຶກສາການປະຕິຮູບຂອງທ່ານນາຍົກລັດຖະມົນຕີຫວຽດນາມກັບສະມາຄົມວິສາຫະກິດເອີລົບຢູ່ ຫວຽດນາມ (ພາບ: TTXVN)

ທີ່ການພົບປະສົນທະນາ, ບັນດາຜູ້ແທນໄດ້ປຶກສາຫາລື 3 ຫົວຂໍ້ຫຼັກຄື: ບັນດາສິ່ງທ້າທາຍກ່ຽວກັບການສຳຜັດຕະຫຼາດຂອງສິນຄ້າແລະການລົງທຶນຢູ່ ຫວຽດນາມ; ການລົງທະບຽນຜະລິດຕະພັນ, ຂັ້ນຕອນການເຮັດລະບຽບການນຳເຂົ້າ-ສົ່ງອອກ, ຂັ້ນຕອນການເສຍພາສີແລະບັນດາສິ່ງທ້າທາຍຂອງການຈາລະຈອນສິນຄ້າໃນຕະຫຼາດກໍ່ແມ່ນບັນດາສິ່ງທ້າທາຍຂອງວິສາຫະກິດເອີລົບ.

ການພົບປະສົນທະນາ ປະຈຳປີ ໃນຄັ້ງນີ້ ແມ່ນການເຄື່ອນໄຫວຫຼ້າສຸດໃນບັນດາການເຄື່ອນໄຫວ ລະຫວ່າງປະຊາຄົມວິສາຫະກິດເອີລົບກັບສະພາທີ່ປຶກສາການປະຕິຮູບການບໍລິຫານຂອງທ່ານນາຍົກລັດຖະມົນຕີຫວຽດນາມ. ເຊິ່ງເປັນສັນຍານອັນດີໃນຈຸດເວລາທີ່ສຳຄັນໃນຂະບວນການໃຫ້ສັດຕະຍາບັນສັນຍາການຄ້າເສລີລະຫວ່າງຫວຽດນາມແລະເອີລົບ (EVFTA), ສະແດງເຖິງເລື່ອງຫວຽດນາມພ້ອມແລ້ວທີ່ຈະເປີດປະຕູແລະໜູນຊ່ວຍ, ແກ້ໄຂບັນດາສິ່ງທ້າທາຍທີ່ ບັນດາວິສາຫະກິດເອີລົບພວມປະສົບໃນການເຄື່ອນໄຫວຢູ່ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ