ກອງປະຊຸມລັດຖະມົນຕີບັນດາປະເທດໃຊ້ພາສາຝລັ່ງຄັ້ງທີ31

ກອງປະຊຸມລັດຖະມົນຕີບັນດາປະເທດໃຊ້ພາສາຝລັ່ງຄັ້ງທີ31 - ảnh 1
(ພາບປະກອບ)

(vovworld) – ​ໃນ​ລະຫວ່າງ​ວັນ​ທີ 10 – 11/10, ຜູ້​ຊ່ວຍ​ວຽກ​ລັດ​ຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ເຢືອງຈິ໋ຢຸງ ​ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມລັດຖະມົນຕີ​ບັນດາ​ປະ​ເທດໃຊ້​ພາສາ​ຝລັ່ງ ຄັ້ງ​ທີ 31, ​ເຊິ່ງດຳ​ເນີນ​ໄປ​ຢູ່​ນະຄອນຫຼວງ Yerevan, Armenia. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ມີ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຂອງ 30 ປະ​ເທດ​ໃຊ້​ພາສາ​ຝລັ່ງ, ທີ່​ມາ​ຈາກ​ທຸກ​ທະວີບ ​ແລະ ການ​ນຳ​ບັນດາ​ອົງການ​ຈັດ​ຕັ້ງ​ໃຊ້​ພາສາ​ຝລັ່ງ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ ເຢືອງຈິ໋ຢຸງ ຊີ້​ແຈ້ງ​ບັນດາ​ຜົນງານ​ພັດທະນາ​ເສດ​ຖະກິດ​, ສັງຄົມ, ​ແນວທາງ​ການ​ຕ່າງປະ​ເທດ ​ເພື່ອ​ສັນຕິພາບ, ຮ່ວມ​ມື ​ແລະ ພັດທະນາ, ຕັ້ງໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຂອງ​ຫວຽດນາມ. ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານ ເຢືອງຈິ໋ຢຸງ ສະ​ເໜີ​ປະຊາ​ຄົມ​ໃຊ້​ພາ​ສາ​ຝລັ່ງ ສະໜັບສະໜູນ​ການ​ແກ້​ໄຂ​ສັນຕິ​ພາບ​ບັນດາ​ການ​ຂັດ​ແຍ້​ງກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ບົນ​ພື້ນຖານ​​ເຄົາ​ລົບກົດໝາຍ​ສາກົນ, ກົດ​ບັດ​ສະຫະປະຊາ​ຊາດ, ສົນທິ​ສັນຍາ​ຂອງ​ສະຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​​ດ້ວຍ​ທະ​ເລ​ປີ 1982, ປະຕິບັດ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​ຄົບ​ຖ້ວນ​, ມຸ່ງ​ໄປ​​ເຖິງປະມວນ​ຂໍ້​ກຳນົດ​ການ​ປະ​ພຶດຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC).

ຂ່າວ/ບົດ​ອື່ນ