ກອງປະຊຸມລັດຖະມົນຕີບັນດາເພື່ອນມິດ ແມ່ນ້ຳຂອງ ຄັ້ງທີ 1

(VOVWORLD) -ທ່ານລັດຖະມົນຕີ ບຸຍແທັງເຊີນ ເນັ້ນໜັກວ່າ, ການຮ່ວມມື FOM ແມ່ນເລີ່ມມາຈາກຄວາມຕ້ອງການພັດທະນາຂອງບັນດາປະເທດແມ່ນ້ຳຂອງ, ພ້ອມທັງຊຸກຍູ້ການຮ່ວມມືຢູ່ພາກພື້ນ
ກອງປະຊຸມລັດຖະມົນຕີບັນດາເພື່ອນມິດ ແມ່ນ້ຳຂອງ ຄັ້ງທີ 1 - ảnh 1

ວັນທີ 05 ສິງຫາ, ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸຍແທັງເຊີນ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມລັດຖະມົນຕີບັນດາເພື່ອນມິດ ແມ່ນ້ຳຂອງ (FOM) ຄັ້ງທີ 1 ທາງອອນລາຍ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານລັດຖະມົນຕີ ບຸຍແທັງເຊີນ ເນັ້ນໜັກວ່າ, ການຮ່ວມມື FOM ແມ່ນເລີ່ມມາຈາກຄວາມຕ້ອງການພັດທະນາຂອງບັນດາປະເທດແມ່ນ້ຳຂອງ, ພ້ອມທັງຊຸກຍູ້ການຮ່ວມມືຢູ່ພາກພື້ນ, ເພີ່ມທະວີການສະໜິດຕິດພັນບັນດາກົນໄກຮ່ວມມື ເພື່ອແນໃສ່ລະດົມທຸກແຫຼ່ງກຳລັງໃຫ້ແກ່ການພັດທະນາແບບຍືນຍົງ, ແກ້ໄຂບັນດາສິ່ງທ້າທາຍຢ່າງມີປະສິດທິຜົນ. ບົນພື້ນຖານນັ້ນ, ທ່ານລັດຖະມົນຕີ ບຸຍແທັງເຊີນ ສະເໜີໃຫ້ FOM ຈົ່ງໃຫ້ບຸລິມະສິດການຮ່ວມມືປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຜ່ານການຮັບປະກັນການສຳຜັດກັບວັກຊິນກັນໂຄວິດ-19 ຢ່າງທັນການ, ປອດໄພ ແລະ ມີປະສິດທິຜົນ. ພ້ອມກັນນັ້ນແມ່ນຊຸກຍູ້ການຖ່າຍທອດເຕັກໂນໂລຊີ, ຍົກສູງກຳລັງຄົ້ນຄວ້າ ແລະ ຜະລິດວັກຊິນ, ຊຸກຍູ້ການຮ່ວມມືກ່ຽວກັບການເຕີບໂຕຂຽວ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການຄຸ້ມຄອງ, ນຳໃຊ້ແຫຼ່ງນ້ຳແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ