ກອງປະຊຸມວິທະຍາສາດສາກົນ “ປິ່ນປົວພະຍາດ ໂລກຫົວໃຈຄົບຊຸດ“

ກອງປະຊຸມວິທະຍາສາດສາກົນ “ປິ່ນປົວພະຍາດ ໂລກຫົວໃຈຄົບຊຸດ“ - ảnh 1
(ພາບປະກອບ)

(vovworld) - ​ໃນ​ລະຫວ່າງ​ວັນ​ທີ 14-16/1, ຢູ່​ນະຄອນ​ໂຮ່ຈີ​ມິນ, ສະມາຄົມ​ຫົວ​ໃຈ​ເສັ້ນ​ເລືອດ​ເດັກ ​ແລະ ​ໂລກ​ຫົວ​ໃຈ​ມາ​ແຕ່​ເກີດ ນະຄອນ ​ໂຮ່ຈີ​ມິນ ​ໄດ້​ຈັດ ກອງ​ປະຊຸມ​ວິທະຍາສາດ​ສາກົນດ້ວຍ​ຫົວ​ຂໍ້​ວ່າ “ປິ່ນປົວ​ພະຍາດ​ໂລກ​ຫົວ​ໃຈຄົບ​ຊຸດ“ ປີ 2015. ກອງ​ປະຊຸມ​ໄດ້​ດຶງ​ດູດ​ຜູ້​ຊ່ຽວຊານ​ອັນ​ດັບ​ໜຶ່ງ​ໃນ​ຂົງ​ເຂດປິ່ນປົວ​ພະຍາດ​ໂລກຫົວ​ໃຈ​ໃນ​ໂລກ​ປະມານ 200 ຄົນ​ເຂົ້າ​ຮ່ວມ. ບັນດາ​ບົດ​ລາຍ​ງານ​ທີ່​ກອງ​ປະຊຸມ​ສຸມ​ໃສ່​ເລື່ອງ​ອັບ​ເດັດ​ຄວາມ​ຮູ້​ໃໝ່ ​ແລະ ​ແບ່ງປັນ​ບົດຮຽນ​ໃນ​ການ​ປິ່ນປົວ​ພະຍາດ​ໂລກ​ຫົວ​ໃຈ. ພິ​ເສດ​ໃນ​ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ແນະນຳ​ບັນດາ​ກໍລະນີປິ່ນປົວ​ພະຍາດ​ໂລກ​ຫົວ​ໃຈຢູ່​ໂຮງໝໍ​ມະຫາວິທະຍາ​ໄລ​ການ​ແພດ​ນະຄອນ​ໂຮ່ຈີ​ມິນ, ​ໂຮງໝໍ​ເດັກ​ເລກ 1, ນະຄອນ​ໂຮ່ຈີ​ມິນ ​ແລະ ​ໂຮງໝໍ​ເດັກ​ແຫ່ງ​ຊາດ​ຂອງ​ໄທ. ນີ້​ແມ່ນ​ກາລະ​ໂອກາດ​ເພື່ອ​ໃຫ້​ທ່ານໝໍ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ຮຳ່ຮຽນ ​ແລະ ​ແບ່ງປັນ​ພບົດຮຽນ​ກັບ​ບັນດາ​ຊ່ຽວຊານ​ອັນ​ດັບ​ໜຶ່ງຂອງ​ໂລກ​ໃນ​ຂົງ​ເຂດ​ໂອກ​ຫົວ​ໃຈ​ມາ​ແຕ່​ເກີດ.

ຂ່າວ/ບົດ​ອື່ນ