ກອງ​ປະຊຸມ​​ວຽກ​ງານ​ປ້ອງ​ກັນ​ຕ້ານ​ໄພ​ສໍ້​ລາດ​ບັງ​ຫຼວງ ​ເຂດ​ຕາ​ເວັນ​ອອກພາກ​ໃຕ້​

ກອງ​ປະຊຸມ​​ວຽກ​ງານ​ປ້ອງ​ກັນ​ຕ້ານ​ໄພ​ສໍ້​ລາດ​ບັງ​ຫຼວງ ​ເຂດ​ຕາ​ເວັນ​ອອກພາກ​ໃຕ້​ - ảnh 1

(ພາບ:phapluatvn.vn)​

( vovworld ) – ວັນ​ທີ 26/7,  ຢູ່​​ແຂວງ​ດົງ​ນາຍ, ຫ້ອງ​ວ່າການ​ຄະນະຊີ້​ນຳ​ວຽກ​ງານ​ປ້ອງ​ກັນ​ຕ້ານ​ໄພ​ສໍ້​ລາດ​ບັງ​ຫຼວງສູນ​ກາງ ​​ໄດ້​ຈັດ​ກອງ​ປະຊຸມ​ວຽກ​ງານ​ປ້ອງ​ກັນ​ຕ້ານ​ໄພ​ສໍ້​ລາດ​ບັງ​ຫຼວງ​ໃນ 6 ​ເດືອນ​ຕົ້ນປີ 2012 ກຸ່ມ 10 ​ແຂວງ ​ແລະ ​ນະຄອນເຂດ​ຕາ​ເວັນ​ອອກພາກ​ໃຕ້​ຫວຽດນາມ. ຕາມ​ການ​ຕີ​ລາຄາ​ຂອງຄະນະຊີ້​ນຳ​ວຽກ​ງານ​ປ້ອງ​ກັນ​ຕ້ານ​ໄພ​ສໍ້​ລາດ​ບັງ​ຫຼວງສູນ​ກາງ​ແລ້ວ, ໃນ 6 ​ເດືອນ​ຜ່ານ​ມາ, ທ້ອງ​ຖິ່ນ​ຕ່າງໆ​ໃນ​ກຸ່ມ​ແຂວງ, ນະຄອນເຂດ​ຕາ​ເວັນ​ອອກພາກ​ໃຕ້​ຫວຽດນາມ ​ໄດ້​ຈັດການ​ໂຄສະນາ, ​ເຜີຍ​ແຜ່​ກ່ຽວ​ກັບ​ການປ້ອງ​ກັນ​ຕ້ານ​ໄພ​ສໍ້​ລາດ​ບັງ​ຫຼວງ​ເກືອບ 90.000 ຄັ້ງ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ເກືອບ 1 ລ້ານ​ເທື່ອ​ຄົນ​, ​ຈຳໜ່າຍ​ເອກະສານ​ຮັບ​ໃຊ້​ໃຫ້​ແກ່​ວຽກ​ງານປ້ອງ​ກັນ​ຕ້ານ​ໄພ​ສໍ້​ລາດ​ບັງ​ຫຼວງ​ເກືອບ 100.000 ສະບັບ. ​ເພື່ອ​ໃຫ້​ວຽກ​ງານປ້ອງ​ກັນ​ຕ້ານ​ໄພ​ສໍ້​ລາດ​ບັງ​ຫຼວງສ້າງ​ການຫັນປ່ຽນ​ໃນ​ຊຸມ​ເດືອນ​ຕົ້ນປີ 2012 ຢ່າງ​ແທດ​ຈິງ, ບັນດາ​ແຂວງ​ນະຄອນເຂດ​ຕາ​ເວັນ​ອອກພາກ​ໃຕ້​ຫວຽດນາມກຳນົດ​ຈະ​ສືບ​ຕໍ່​ຍູ້ແຮງ​ວຽກ​ງານ​ໂຄສະນາ​ສຶກສາ​ກ່ຽວ​ກັບການປ້ອງ​ກັນ​ຕ້ານ​ໄພ​ສໍ້​ລາດ​ບັງ​ຫຼວງ ຕິດ​ພັນ​ກັບ​ການ​ປະຕິບັດ “ການ​ຮ່ຳຮຽນ​ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈິ​ມິນ“

 

 

 

 

​​

 

 

 

 

ຂ່າວ/ບົດ​ອື່ນ