ກອງ​ປະ​ຊຸມ​ສຸດຍອ​ດ ອາ​ຊຽນ - ອິນ​ເດຍ ຄັ້ງ​ທີ 18

(VOVWORLD) -ຕອນບ່າຍວັນທີ 28 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ອິນເດຍ ຄັ້ງທີ 18 ດ້ວຍຮູບການທາງໄກ  ໂດຍມີການເຂົ້າຮ່ວມຂອງການນຳບັນດາປະເທດ ອາຊຽນ, ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi ແລະ ທ່ານເລຂາທິການໃຫຍ່ ອາຊຽນ Lim Jock Hoi.
ກອງ​ປະ​ຊຸມ​ສຸດຍອ​ດ ອາ​ຊຽນ - ອິນ​ເດຍ ຄັ້ງ​ທີ 18 - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມ (ພາບ: VGP)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ສະເໜີໃຫ້ ອິນເດຍ ຈົ່ງຕັ້ງໜ້າໜູນຊ່ວຍບັນດາປະເທດ ອາຊຽນ ພັດທະນາອຸດສາຫະກຳການຢາ, ເຂົ້າເຖິງແຫຼ່ງວັກຊິນ, ຢາປິ່ນປົວພະຍາດໂຄວິດ - 19 ຢ່າງຄົບຖ້ວນ ແລະ ທັນການ, ຖ່າຍທອດເຕັກໂນໂລຢີຜະລິດວັກຊິນ ແລະ ຢາປົວພະຍາດ; ແລກປ່ຽນຂໍ້ມູນຂ່າວສານ, ປະສົບການໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ໂລກລະບາດອື່ນໆທີ່ອາດຈະເກີດຂຶ້ນ. ພ້ອມດຽວກັນນັ້ນ, ສືບຕໍ່ສະໜັບສະໜູນ ແລະ ຕັ້ງໜ້າປະກອບສ່ວນເຂົ້າໃນຄວາມມານະພະຍາຍາມຂອງ ອາຊຽນ ໃນການຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບຢູ່ທະເລຕາເວັນອອກ.

ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi ເນັ້ນໜັກວ່າ ອິນເດຍ ຖືການພົວພັນຄູ່ຮ່ວມມືຍຸດທະສາດ ກັບ ອາຊຽນ ເປັນສຳຄັນ ແລະ ຢັ້ງຢືນວ່າ ອາຊຽນ ມີທີ່ຕັ້ງສຳຄັນເປັນພິເສດໃນນະໂຍບາຍເຄື່ອນໄຫວມຸ່ງໄປເຖິງທິດ ຕາເວັນອອກ ຂອງ ອິນເດຍ.

ກອງ​ປະ​ຊຸມ​ສຸດຍອ​ດ ອາ​ຊຽນ - ອິນ​ເດຍ ຄັ້ງ​ທີ 18 - ảnh 2ກອງປະຊຸມສຸດຍອດ ອາຊຽນ - ອິນເດຍ ຄັ້ງທີ 18 (ພາບ: VGP)

ທີ່ກອງປະຊຸມ, ການນຳບັນດາປະເທດ ອາຊຽນ ແລະ ອິນເດຍ ເຫັນດີເປັນເອກະພາບຈະສືບຕໍ່ຊ່ວຍເຫຼືອກັນຮັບມືກັບໂລກລະບາດ ແລະ ຊຸກຍູ້ການຟື້ນຟູຢ່າງຮອບດ້ານ ໂດຍຜ່ານການເພີ່ມທະວີການແລກປ່ຽນການຄ້າ ແລະ ການລົງທຶນ, ປັບປຸງລະບົບສະໜອງໃນພາກພື້ນ, ສ້າງຄວາມສະດວກທາງການຄ້າ ແລະ ສິນຄ້າ, ຊ່ວຍວິສາຫະກິດສອງຝ່າຍໄດ້ເຂົ້າເຖິງຕະຫຼາດຂອງກັນ, ປະຕິບັດ ສັນຍາການຄ້າເສລີ ອາຊຽນ  -  ອິນເດຍ (AIFTA) ໃຫ້ມີປະສິດທິຜົນ. ການນຳບັນດາປະເທດ ອາຊຽນ ແລະ ອິນເດຍ ກໍເຫັນດີໂດຍກຳນົດວ່າ ປີ 2022 ແມ່ນປີມິດຕະພາບ ອາຊຽນ - ອິນເດຍ, ມຸ່ງໄປເຖິງການສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດຄົບຮອບ 30 ປີ ແລະ ການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ອິນເດຍ ຄົບຮອບ 10 ປີ ໃນປີ 2022.

ສິ້ນສຸດກອງປະຊຸມ, ສອງຝ່າຍໄດ້ຮັບຮອງເອົາຖະແຫຼງການຮ່ວມ ອາຊຽນ - ອິນເດຍ ກ່ຽວກັບການຮ່ວມມືຈັດຕັ້ງປະຕິບັດເອກະສານ ທັດສະນະ ອາຊຽນ ກ່ຽວກັບມະຫາສະໝຸດອິນເດຍ - ປາຊີຟິກ ເພື່ອສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ